ນຳການພົວພັນຫວຽດ ນາມ-ໂຮນລັງເຂົ້າສູ່ ລວງເລິກ,ມີປະສິດທິຜົນ ແລະ ແທດຈິງ


ນຳການພົວພັນຫວຽດ ນາມ-ໂຮນລັງເຂົ້າສູ່ ລວງເລິກ,ມີປະສິດທິຜົນ ແລະ ແທດຈິງ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​

ແລະ ທ່ານ​ນາ​ຍົກລັດຖະມົນຕີໂຮ​ນລັງ Mark Rutte

 (ພາບ: baomoi.com)

(vovworld) –  ຕອນ​ເຊົ້າ​ວັນ​ທີ 16/06, ທ່ານ​ນາ​ຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte ​​ໄດ້ເດີນທາງ​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 2 ວັນ​ຕາມ​ຄຳ​ເຊີນຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ. ພາຍ​ຫຼັງ​ພິທີ​ຕ້ອນຮັບ​ເມື່ອ​ຕອນ​ບ່າຍວັນ​ທີ 16/06, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ​ນາ​ຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte ​ໄດ້​ດຳ​ເນີນການ​ເຈລະຈາ.

ນຳການພົວພັນຫວຽດ ນາມ-ໂຮນລັງເຂົ້າສູ່ ລວງເລິກ,ມີປະສິດທິຜົນ ແລະ ແທດຈິງ - ảnh 2

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​

ແລະ ທ່ານ​ນາ​ຍົກລັດຖະມົນຕີໂຮ​ນລັງ Mark Rutte ​ເຂົ້າຮ່ວມ​ການ​ເຈລະຈາ

 (ພາບ: baomoi.com)

  ນາຍົກລັດຖະມົນຕີສອງທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນຕ່າງໆ​ເປັນ​ປະຈຳ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ. ​ໃນ​ການລາຍ​ງານ​ໝາກ​ຜົນ​ການ​ເຈລະຈາ​ກັບ​ວົງ​ການ​ນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ​ນາ​ຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte ​ເນັ້ນໜັກ​ວ່າ: ສອງ​ປະ​ເທດໄດ້​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ດ້ານ​ກະສິກຳ ​ແລະ ການຄ້ຳປະກັນ​ສະບຽງ​ອາຫານ​ຢ່າງ​ເປັນ​ທາງ​ການ. ຫວຽດນາມ ​ແລະ ​ໂຮ​ນລັງ ຈະ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ: ນ້ຳມັນ​ອາຍ​ແກ​ດ, ທ່າ​ກຳ​ປັ່ນ​ທະ​ເລ, ຕໍ່​ກຳ​ປັນ ​ແລະ ການ​ບໍລິການ​ພະລາທິການ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ຢືນຢັນ​ວ່າ:

ຂ້າ​ພະ​ເຈົ້າ ​ແລະ ທ່ານ​ນາຍົກລັດຖະມົນຕີ​ໂຮ​ນລັງ ​ໄດ້​ພ້ອມ​ກັນ​ແບ່ງປັນ​ຄວາມ​ເປັນ​ຫ່ວງ​ກັງວົນ​ອັນ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ. ທ່ານ​ນາຍົກລັດຖະມົນຕີ​ໂຮ​ນລັງ ​ໄດ້​ຢືນຢັນ​ຫຼັກໝັ້ນສອດຄ່ອງ​ກັບ​ຖະ​ແຫຼ​ງການ​ຂອງ​ສະຫະພາບ​ເອີ​ລົບ ​ແລະ ສະ​ຫນັບ​ສະ​ໜູນ​ເນື້ອ​ໃນ​ຖະ​ແຫຼ​ງການຂອງບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສອງ​ຝ່າຍ​ໄດ້​ເນັ້ນໜັກ​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ທາງ​ອາກາດ ຢູ່​ທະ​ເລ​ຕາ​ເວັນ​ອອກກໍ່​ຄື​ການ​ປະຕິບັດຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າ​ງ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ຄວາມ​ຈຳ​ເປັນ​ຂອງ​ເລື່ອງຕ້ອງບັນລຸ​ປະມວນ​ຂໍ້​ກຳນົດການປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ “.

  ​ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ​ນາ​ຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte ​ໄດ້​ພ້ອມ​ກັນ​ລົງ​ນາມ​ໃນສັນຍາຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ດ້ານ​ກະສິກຳ​ແບບຍືນ​ຍົງ ​ແລະ ການຄ້ຳປະກັນ​ສະບຽງ​ອາຫານ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ​ໂຮ​ນລັງ. ນາຍົກລັດຖະມົນຕີ ສອງທ່ານ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ບັນດາ​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ດລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ. ນາຍົກລັດຖະມົນຕີສອງທ່ານ​ເຫັນ​ດີ​ເປັນ​ເອກະສັນອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ໝາກຜົນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ນາ​ຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte.

  ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຢູ່ຮ່າ​ໂຮ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕິ​ນຊາງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ກໍ່​ໄດ້​ໃຫ້​ກຽດ​ຕ້ອນຮັບທ່ານ​ນາ​ຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte./.

 

ຂ່າວ/ບົດ​ອື່ນ