ນຳການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມແລະອີຣານຂຶ້ນສູ່ລະດັບສູງ ໃໝ່

ນຳການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງຫວຽດນາມແລະອີຣານຂຶ້ນສູ່ລະດັບສູງ ໃໝ່ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ
ຕ້ອນຮັບ​ທ່ານ Saleh Abidi ​ເອກ​ອັກຄະ​ລັດຖະທູດ ອີຣານ ປະຈຳ ຫວຽດນາມ

(vovworld) - ​ ຕອນ​ບ່າຍ​ວັນ​ທີ 04/10, ຢູ່ ຮ່າ​ໂນ້ຍ ການ​ຕ້ອນຮັບ​ທ່ານ Saleh Abidi ​ເອກ​ອັກຄະ​ລັດຖະທູດ ອີຣານ ປະຈຳ ຫວຽດນາມ ​ເຂົ້າ​ຢ້ຽມຂ່ຳນັບ​ຕາມ​ພິທີການ​ທູດ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ  Saleh Abidi ປະສົບ ​ຜົນສຳ​ເລັດ​ໃນການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຂອງ​ຕົນ, ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ການ​ພົວພັນ ຫວຽດນາມ - ອີຣານ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການມາ​ຢ້ຽມຢາມ ຫວຽດນາມ ​ຂອງທ່ານ​ປະທານາທິບໍດີ ອີຣານ Hassan Rouhaniທີ່​ຈະ​ມາ​ເຖິງ . ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເຊື່ອ​ໝັ້ນ​ວ່າ ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ Hassan Rouhani ຈະ​ແມ່ນຂີດ​ໝາຍ​ສຳຄັນ, ຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ອີຣານ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

        ສ່ວນ​ທ່ານເອກ​ອັກຄະ​ລັດຖະທູດ  Saleh Abidi ​ໃຫ້​ຮູ້​ວ່າ: ອີຣານ ມີ​ທ່າ​ແຮງ​​ໃນບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ ນາ​ໂນ, ຈຸ​ລັງ, ອາ​ວະ​ກາດ ​ແລະ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວ. ອີຣານ ຕັດສິນ​​ໃຈ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນຂຶ້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ກັບ ຫວຽດນາມ.

ຂ່າວ/ບົດ​ອື່ນ