ນຳການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ

(VOVWORLD) -ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອິດສະຣາແອັນ Naftali Bennett.
ນຳການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ
(ພາບປະກອບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ອວຍພອນໃຫ້ທ່ານ Naftali Bennett ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ອິດສະຣາແອນ ໃນເດືອນ ມິຖຸນາ ຜ່ານມາ; ປາດຖະໜາວ່າ 2 ຝ່າຍສົມທົບກັນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19. ສ່ວນທ່ານນາຍົກລັດຖະມົນຕີ Naftali Bennett ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນໄລຍະຜ່ານມາ ໃນການຮັບມືກັບໂລກລະບາດໂຄວິດ-19, ກໍ່ຄືໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຕ່າງປະເທດ; ຢືນຢັນວ່າ, ອິດສະຣາແອັນ ຖືເປັນສຳຄັນເລື່ອງຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ.

ນາຍົກລັດຖະມົນຕີ 2 ທ່ານເຫັນດີພ້ອມແລ້ວທີ່ຈະຮ່ວມມືກັນຢ່າງແໜ້ນແຟ້ນເພື່ອນຳການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ 2 ປະເທດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ; ຍູ້ແຮງການເຈລະຈາ, ລົງນາມໃນສັນຍາການຄ້າເສລີ ແລະ ສັນຍາຮ່ວມມືແຮງງານລະຫວ່າງ 2 ປະເທດ, ວາງເປົ້າໝາຍສູງກວ່າແມ່ນສູ້ຊົນເພີ່ມທະວີການລົງທຶນ, ການຄ້າ 2 ສົ້ນ, ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ