ນຳບັ້ນຂົນຂວາຍວັນເພື່ອຄົນທຸກຍາກກ້າວເຂົ້າສູ່ລວງເລິກ

ນຳບັ້ນຂົນຂວາຍວັນເພື່ອຄົນທຸກຍາກກ້າວເຂົ້າສູ່ລວງເລິກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: vuvanninh.net)

(vovworld) - ຕອນ​ເຊົ້າວັນ​ທີ 27/12, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ບັ້ນ​ຂົນຂວາຍ “​ວັນເພື່ອຄົນ​ທຸກ​ຍາກ” ປີ 2012. ພາຍຫຼັງ 12 ປີ​ນັບ​ແຕ່​ເມື່ອ​ປຸກລະດົມ, ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ 4 ຂັ້ນ​ໃນ​ທົ່ວ​ປະ​ເທດ​ຂົນຂວາຍ​ໄດ້​ກ່ວາ 8500 ຕື້​ດົ່ງ. ພ້ອມ​ກັບ​ການ​ສະໜັບສະໜູນ​ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ຄະນະ​ຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ” ທຸກຂັ້ນ​ ຍັງ​ຂົນຂວາຍ​ການ​ສະໜັບສະໜູນ​ຄົນ​ທຸກ​ຍາກ​ດ້ວຍ​ຄ່າ​ແຮງ​ງານ, ກໍ່ສ້າງ ​ແລະ ບູລະນະ​ສ້ອມ​ແປງ​ເຮືອນ​​ແຫ່ງມະຫາ​ສາມັກຄີ​ກ່ວາ 1,3 ລ້ານ​ແຫ່ງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິນ ຢືນຢັນ​ວ່າ:

ພ້ອມ​ກັບ​ການ​ລົງທຶນ​ຂອງ​ລັດ ​ແລະ ການ​ບືນ​ຕົວ​ຂຶ້ນ​ຂອງ​ຄົນ​ທຸກ​ຍາກ, ພາລະກິດ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະ​ເທດ​ເຮົາ​​ໄດ້​ຮັບ​ຜົນ. ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄົນ​ທຸກ​ຍາກ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແຜນ​ນະ​ໂຍບາຍ​ໃຫຍ່​ ​ເຊິ່ງຍາມ​ໃດ​ພັກ ​ແລະ ລັດກໍ​ເອົາ​ໃຈ​ໃສ່​, ຊີ້ນ​ຳນຳພາ​ເພື່ອຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ຄວາມ​ຮຽກຮ້ອງ​ທີ່​ວາງ​ອອກ​ໃຫ້​ແກ່​ທຸກຂັ້ນ, ​ທຸກຂະ​ແໜງ​​ແລະ ທົ່ວລະບົບ​ການ​ເມືອງ​​ແມ່ນຕ້ອງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ, ສ້າງ​ເງື່ອນ​ໄຂ​ເພື່ອ​ຍູ້​ແຮງ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ໄວ, ​​ເຂັ້ມແຂງ​ ​ແລະ ໝັ້ນ​ຄົງ​ກ່ວາ.

        ປີ 2013, ຄະນະ​ປະຈຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ຄະນະ​ຂົນຂວາຍ “ວັນ​ເພື່ອ​ຄົນ​ທຸກ​ຍາກ” ທຸກ​ຂັ້ນ ສືບ​ຕໍ່​ເພື່ອ​ທະວີ​ວຽກ​ງານ​ໂຄສະນາ​ບັ້ນ​ຂົນຂວາຍ ​ແລະ ​ເດືອນ​ “​ເພື່ອ​ຄົນ​ທຸກ​ຍາກ” ​ເພື່ອ​ສ້າງ​ກຳລັງ​ແຮງ​ເບິ່ງ​ແຍງ​ດູ​ແລ, ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ. ພ້ອມ​ທັງ​ເພີ່ມ​ທະວີ​ການ​ກວດກາ​ເລື່ອງ​ຮັບ​ເອົາ, ນຳ​ໃຊ້​ກອງ​ທຶນ, ຮັບ​ປະກັນ​ປະຕິບັດ​ຕາມ​​ລະບຽບ​ການ​ຄຸ້ມ​ຄອງ​​ກອງ​ທຶນ./.

ຂ່າວ/ບົດ​ອື່ນ