ນ້ຳໃຈສາມັກຄີ,ມິດຕະພາບຫວຽດນາມ-ລາວ

ນ້ຳໃຈສາມັກຄີ,ມິດຕະພາບຫວຽດນາມ-ລາວ - ảnh 1
ພາບ​ປະ​ກອບ

(vovworld) - ຕອນ​ຄ່ຳ​ວັນ​ທີ 7/11, ທີ່​ໂຮງ​ລະ​ຄອນກອງ​ທັບ​ພາກ​ເໜືອ - ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໂດຍ ຄ​ະ​ນະສິ​ລະ​ປະ​ກອງ​ທັບປະ​ຊາ​ຊົນ ລາວ ສະ​ແດງ. ທີ່​ລາຍ​ການ, ບັນ​ດາ​ນັກ​ສິ​ລະ​ປິນ ລ​າວ ໄດ້​ສະ​ແດງຫຼາຍ​ບົດ​ເພງ, ວາດ​ຟ້ອນ​ຍ້ອງ​ຍໍ​ສັນ​ລະ​ເສີນ​ມູນ​ເຊື້ອ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ລັດ, ກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ລາວ ຄື: ນ້ຳ​ໃຈ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ, ລຸງ ໄກ​ສອນ ໃນ​ຫົວ​ໃຈ​ຂອງ​ຂ້ອຍ, ສຽງ​ເພງ​ຢູ່​ເຂດ​ຊາຍ​ແດນ, ຂ້າ​ພະ​ເຈົ້າ​ຮັກ​ປະ​ເທດ​ລາວ… ນີ້ກໍ່​ແມ່ນ​ໂອ​ກາດ​ພົວ​ພັນ​ແລກ​ປ່ຽນ​ຊ່ວຍ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ໃຈ​ເລິກ​ເຊິ່ງ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ຂອງ​ປະ​ເທ​ດ ລາວ.


ຂ່າວ/ບົດ​ອື່ນ