ນຳໃຊ້ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານແລະໝູນໃຊ້ທ່າແຮງເຊື່ອມຕໍ່ກັບໂລກເພື່ອດຳເນີນອາຊີບ

ນຳໃຊ້ວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານແລະໝູນໃຊ້ທ່າແຮງເຊື່ອມຕໍ່ກັບໂລກເພື່ອດຳເນີນອາຊີບ  - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ)

(vovworld) - ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​​ໂລ​ຢີຂໍ້​ມູນ​ຂ່າວສານແລະໝູນ​ໃຊ້​ທ່າ​ແຮງ​ເຊື່ອມ​ຕໍ່​ກັບ​ໂລກ​ເພື່ອ​ດຳ​ເນີນ​ອາຊີບ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ທີ່​ກອງ​ປະຊຸມ​ສຳ​ມະ​ນາ “​ປະຕິບັດຂໍ້​ລິ​ເລີ່​ມດຳ​ເນີນ​ອາຊີບ​ແຫ່ງ​ຊາດ“, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 30/3, ຢູ່ ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່ຊີ້​ແຈ້ງວ່າ, ສຳລັບ​ຊາວ​ໜຸ່ມ​ເລີ່​ມດຳ​ເນີນ​ອາຊີບ, ​ແລະບັນດາ​ນັກທຸລະກິດ​ໜຸ່ມ, ລັດ​ບໍ່​ພຽງ​ແຕ່​ສ້າງຄວາມ​ສະດວກ, ປ່ຽນ​ໃໝ່​ກົນ​ໄກ​ເພື່ອ​ດຳ​ເນີນ​ອາຊີບ ​ແລະ ພັດທະນາ​ເທົ່າ​ນັ້ນ, ຫາກຍັງ​ຕ້ອງ​ມີ​ມາດ​ຕະການ​ຊຸກຍູ້​ຈິດ​ໃຈດຳ​ເນີນ​ອາຊີບ​ອີກ​ດ້ວຍ. ລັດຖະບານ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ, ​ແລະ ການ​ພັດທະນາ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວັງວ່າ, ບັນດາ​ຊາວ​ໜຸ່ມ, ນັກທຸລະກິດ​ໜຸ່ມ​ເລີ່​ມດຳ​ເນີນ​ອາຊີບ​ຕ້ອງ​ມີ​ການ​ປ່ຽນ​ແປງ​ຕົນ​ເອງ, ປ່ຽນ​ແປງ​ວິ​ໄສ​ທັດ​ເພື່ອ​ດຳ​ເນີນ​ອາຊີບ.

        “ພວກ​ເຮົາ​ຕ້ອງ​ອີງ​ໃສ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ດີ​ທີ່​ສຸດ​ຂອງ​ມະນຸດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ປະ​ເທດ​ດຳ​ເນີນ​ອາຊີບ, ຈິດ​ໃຈດຳ​ເນີນ​ອາຊີບ​ຈະ​ມີ​ຢູ່​ບັນດາ​ເວທີ​ປາ​ໄສ​ຂອງ​ອົງການ​ປົກຄອງ​ຕ່າງໆ. ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ໜູນ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ.“

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ບົດຮຽນ​ຕ່າງໆ​ກ່ຽວ​ກັບ​ການ​ສ້າງ​​ເງື່ອນ​ໄຂ, ປຸກລຸກ​ຈິດ​ໃຈດຳ​ເນີນ​ອາຊີບ​ໃຫ້​ຊາວ​ໜຸ່ມ; ຍົກ​ອອກ​ບັນດາ​ວິທີ​ການ​ແກ້​ໄຂ ​ເພື່ອ​ຊຸກຍູ້​ຈິດ​ໃຈດຳ​ເນີນ​ອາຊີບ​ໃນ​ໝູ່​ຊາວ​ໜຸ່ມ ​ແລະ ນັກ​ທຸລະ​ກິດ​ໜຸ່ມ; ສ້າງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ອາຊີບ​ດ້ວຍ​ວິ​ໄສ​ທັດ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ.

ຂ່າວ/ບົດ​ອື່ນ