ນີເຊ: ອຳນາດການປົກຄອງການທະຫານເຕືອນຈະຕ້ານຄືນທຸກການບຸກໂຈມຕີຈາກພາຍນອກ.

(VOVWORLD) -ໃນຖະແຫລງການ, ນາຍພົນ Abdulrahamane Tiani ກ່າວຫາປະຊາຄົມເສດຖະກິດ ອາຟຼິກາຕາເວັນຕົກ (ECOWAS) ໄດ້ຈັດວາງຫລາຍຄຳສັ່ງລົງໂທດຕ້ານຄືນປະຊາຊົນ ນີເຊ 
ນີເຊ: ອຳນາດການປົກຄອງການທະຫານເຕືອນຈະຕ້ານຄືນທຸກການບຸກໂຈມຕີຈາກພາຍນອກ. - ảnh 1
ປະທານາທິບໍດີ Mohamed Bazoum ຜູ້ຖືກໂຄ່ນລົ້ມ ຖ່າຍຮູບກັບຄະນະຜູ້ແທນ ECOWAS ໃນວັນທີ 19 ສິງຫາ. ພາບ:Al Arabiya

ໃນເຫດການຫຼ້າສຸດທີ່ກ່ຽວຂ້ອງເຖິງວິກິດການຢູ່ ນີເຊ,  ຕອນຄ່ຳວັນທີ 19 ສິງຫາ, ການນໍາຂອງອຳນາດການປົກຄອງການທະຫານຂອງປະເທດນີ້ໄດ້ຖະແຫລງວ່າ ຈະພ້ອມແລ້ວທີ່ຈະຕໍ່ສູ້ກັບທຸກການບຸກໂຈມຕີໃດໆຈາກພາຍນອກ, ຮຽກຮ້ອງໃຫ້ປະຊາຊົນໝົກທຸກຄົນຕ້ອງມີຄວາມລະມັດລະວັງສູງ.

ໃນແຈ້ງການພິເສດທາງໂທລະພາບ, ປະທານ ສະພາ ປົກປັກຮັກສາປະເທດ ນີເຊ ໂດຍຝ່າຍລັດຖະປະຫານສ້າງຕັ້ງ, ນາຍພົນ Abdulrahamane Tiani ຊີ້ແຈງວ່າ: ທຸກການກະທຳແຊກແຊງ ຈາກບັນດາປະເທດບ້ານໃກ້ເຮືອນຄຽງ ອາຟຼິກາຕາເວັນຕົກ ເຂົ້າປະເທດ ນີເຊ ລ້ວນແຕ່ແມ່ນການກະທຳຮຸກຮານ ແລະ ຈະຖືກໂຕ້ຕອບ. ທ່ານ ຍັງຮຽກຮ້ອງໃຫ້ປະຊາຊົນ ນີເຊ ໝົດທຸກຄົນ ຕ້ອງມີຄວາມລະມັດລະວັງສູງ ພ້ອມແລ້ວທີ່ຈະຕໍ່ສູ້ປົກປັກຮັກສາປະເທດຊາດ.

ໃນຖະແຫລງການ, ນາຍພົນ Abdulrahamane Tiani ກ່າວຫາປະຊາຄົມເສດຖະກິດ ອາຟຼິກາຕາເວັນຕົກ (ECOWAS) ໄດ້ຈັດວາງຫລາຍຄຳສັ່ງລົງໂທດຕ້ານຄືນປະຊາຊົນ ນີເຊ ແລະ ຮຽກຮ້ອງໃຫ້ກຸ່ມນີ້ ຕ້ອງຍົກເລີກຄຳສັ່ງລົງໂທດໃນທັນທີ. ກ່ຽວກັບວິວັດການການເມືອງຢູ່ ນີເຊ, ທ່ານ Tiani ຮຽກຮ້ອງໃຫ້ປະຊາຊົນໝົດທຸກຄົນ ຕ້ອງດຳເນີນການເຈລະຈາເພື່ອສ້າງລັດຖະທຳມະນູນສະບັບໃຫມ່ໃຫ້ແກ່ປະເທດຊາດ.

ບາທີ ນັກຂ່າວ VOV  ປະຈຳ ອີຢີບ.

ຕອບກັບ

ຂ່າວ/ບົດ​ອື່ນ