ບໍ່ຄວນຖືເບົາວຽກງານປ້ອງກັນ ແລະ ຕ້ານພາຍຸ Dianmu


ບໍ່ຄວນຖືເບົາວຽກງານປ້ອງກັນ ແລະ ຕ້ານພາຍຸ Dianmu - ảnh 1
ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ​ລົງ​ໄປ​ກວດ​ກາວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ພາ​ຍຸໃນ​ແຂວງ​ແທງ​ຮ້​ວາ

(vovworld)- ບໍ່​ຄວນ​ຖື​ເບົາວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ພາ​ຍຸ Dianmu. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ເມື່ອ​ລົງ​ໄປ​ກວດ​ກາວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ພາ​ຍຸໃນ​ແຂວງ​ແທງ​ຮ້​ວາ​ເມື່ອ​ວັນ​ທີ 19/8. ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້​ດຶກ​ດາມ ເນັ້ນໜັກ​ວ່າ ທາງ​ແຂວງ​ຄວນ​ປະ​ຕິ​ບັດ​ຕາມ​ໂທ​ລະ​ເລກ​ຊີ້​ນຳ​ຂອງ​ສູນ​ກາງ​ຢ່າງ​ເຂັ້ມ​ງວດ; ຕິດ​ຕາມ​ການ​ຜັນ​ແປ, ທິດ​ເຄື່ອນ​ຂອງ​ພາ​ຍຸ ແລະ ກ່າວ​ເຕືອນ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ​ຮັບ​ຊາບ​ເພື່ອ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການຫຼີກ​ລ້ຽງ, ຮັບ​ມື​ກັບ​ພາ​ຍຸ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

     ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອ​ງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ກໍ​ໄດ້​ລົງ​ໄປກວດ​ກາວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ພາ​ຍຸຢູ່​ແຂວ​ສງກວາງ​ນິງ.
ຂ່າວ/ບົດ​ອື່ນ