ບິງ​ເ​ຢືອງ, ຫວຽດ​ນາມ ຕັ້ງ​ໜັ້ນມຸ່ງ​ໄປ​ສູ່​ການປ່ອຍມົນ​ລະ​ພິດ​ເປັນ 0 ໃນ​ປີ 2050

(VOVWORLD) - ເພື່ອປັບຕົວໃຫ້ແທດເໝາະກັບບັນດາຄວາມຜັນຜວນຂອງການປະຕິວັດອຸດສາຫະກຳ 4.0, ບິງເຢືອງ ພວມພັດທະນາລະບົບນິເວດນະວັດຕະກຳໃໝ່ ແລະ ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ, ສ້າງບັນດາເຂດອຸດສາຫະກຳອັດສະລະຍະ, ຕົວເມືອງອັດສະລະຍະເປັນມິດລະບົບນິເວດແບບຢືນຢົງ. 
ບິງ​ເ​ຢືອງ, ຫວຽດ​ນາມ ຕັ້ງ​ໜັ້ນມຸ່ງ​ໄປ​ສູ່​ການປ່ອຍມົນ​ລະ​ພິດ​ເປັນ 0 ໃນ​ປີ 2050 - ảnh 1(ພາບປະກອບ: VOV)

ຕອນເຊົ້າ ວັນທີ 18/1, ທີ່ຄະນະກຳມະການປະຊາຊົນ ແຂວງບິງເຢືອງ, ຫວຽດນາມ. ກົງສູນໃຫ່ຍສະຫະລັດອາເມລິກາ ປະຈຳ ນະຄອນໂຮ່ຈິມິນ ແລະ ບໍລິສັດ Becamex IDC ສົມທົບຈັດກອງປະຊຸມສຳມະນາ “ການຮ່ວມມື ຫວຽດນາມ - ສະຫະລັດອາເມລິກາ ກ້າວໄປສູ່ Net Zero, ປະຢັດພະລັງງານ ແລະ ຫຼຸດຜ່ອນການປ່ອຍມົນລະພິດໃນຂະແໜງອຸດສາຫະກຳແບບຢືນຢົງ”. ມີການນຳ, ຊ່ຽວຊານ, ວິສາຫະກິດຫຼາຍກ່ວາ 200 ທ່ານຈາກບັນດາແຂວງພາກໃຕ້, ຫວຽດນາມ ພ້ອມກັນສົນທະນາແລກປ່ຽນກ່ຽວກັບເຂດອຸດສາຫະກຳລະບົບນິເວດ, ກາລະໂອກາດໃນພັດທະນະເຂດອຸດສາຫະກຳລະບົບນິເວດ ແລະ ບົດບາດຂອງ ຫວຽດນາມ ໃນການປະຢັດພະລັງງານ, ເຕັກໂນໂລຊີປະຢັດພະລັງງານ, ບັນດາວິທີການຂະຈັດທາດກາກບອນ; ຄວາມສາມາດຂອງ ຫວຽດນາມ ໃນການຫັນເປົ້າໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາຂອງ ຫວຽດນາມ ວ່າຈະປ່ອຍອາຍພິດເປັນ 0 ໃນປີ 2050 ໃຫ້ປະກົດຜົນເປັນຈິງ.

        ທີ່ກອງປະຊຸມສຳມະນາ, ທ່ານ ມາຍຮຸ່ງຢຸ໋ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ແຂວງ ບິງເຢືອງ, ຫວຽດນາມ ໃຫ້ຮູ້ວ່າ: ເພື່ອປັບຕົວໃຫ້ແທດເໝາະກັບບັນດາຄວາມຜັນຜວນຂອງການປະຕິວັດອຸດສາຫະກຳ 4.0, ບິງເຢືອງ ພວມພັດທະນາລະບົບນິເວດນະວັດຕະກຳໃໝ່ ແລະ ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ, ສ້າງບັນດາເຂດອຸດສາຫະກຳອັດສະລະຍະ, ຕົວເມືອງອັດສະລະຍະເປັນມິດລະບົບນິເວດແບບຢືນຢົງ. ຈາກ ນັ້ນ, ບິງເຢືອງ ສ້າງກຳລັງໜູນພັດທະນາເສດຖະກິດໃໝ່ເທື່ອລະກ້າວ, ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການມຸ່ງໄປສູ່ການປ່ອຍອາຍພິດເປັນ 0 ໃນປີ 2050 ເຊິ່ງລັດຖະບານ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາໄວ້ກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ