ບິງ​ເຢືອງ ​ໄດ້​ຮັບ​ຮອງເຂົ້າໃນ TOP 7 ຂອງປະ​ຊາ​ຄົມ​ອັດ​ສະ​ລິ​ຍະ​ໂລກ ICF

(VOVWORLD) - ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ ບິງເຢືອງ, ໃນເວທີປາໄສປະຊາຄົມອັດສະລິຍະໂລກ (ICF) ໄດ້ປະກາດບັນຊີລາຍຊື່ TOP 7 ປະຊາຄົມທີ່ມີຍຸດທະສາດພັດທະນານະຄອນອັດສະລິຍະທີ່ດີເດັ່ນໃນໂລກປີ 2022, ໃນນັ້ນ ມີເຂດອັດສະລິຍະແຂວງ ບິ່ງເຢືອງ ຂອງ ຫວຽດນາມ.
ບິງ​ເຢືອງ ​ໄດ້​ຮັບ​ຮອງເຂົ້າໃນ TOP 7 ຂອງປະ​ຊາ​ຄົມ​ອັດ​ສະ​ລິ​ຍະ​ໂລກ ICF - ảnh 1ເວທີປາໄສປະຊາຄົມອັດສະລິຍະໂລກ (ພາບ: TTXVN)

ເປັນອັນວ່າ, ພາຍຫຼັງທີ່ໄດ້ນອນໃນ TOP 21  4 ເທື່ອຢ່າງລຽນຕິດ, ນີ້ແມ່ນຄັ້ງທີສອງ ທີ່ເຂດອັດສະລິຍະແຂວງ ບິ່ງເຢືອງ ໄດ້ຈັດຖືກເຂົ້າ TOP 7.

        ເພື່ອໃຫ້ໄດ້ມີຊື່ນອນໃນ TOP 7, ກ່ອນອື່ນໝົດ ເຂດນັ້ນຕ້ອງຕອບສະໜອງໄດ້ຕາມມາດຖານຂອງ TOP 21. ເງື່ອນໄຂລະອຽດແມ່ນພື້ນຖານການເຊື່ອມຕໍ່ອິນເຕີແນັດ, ແຫຼ່ງຊັບພະຍາກອນມະນຸດມີສະຕິປັນຍາ, ປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາແບບຍືນຍົງ, ມີຄວາມຍຸຕິທຳດ້ານເຕັກໂນໂລຢີດີຈີຕອນ ແລະ ຄຳໝັ້ນສັນຍາເປັນຈິດໜຶ່ງໃຈດຽວກັນຂອງທັງປະຊາຄົມ.

        ເຫດການເຊີດຊູ TOP 7 ປະຊາຄົມອັດສະລິຍະໂລກ ປີ 2022 ແມ່ນໂອກາດເພື່ອໃຫ້ອົງການຕ່າງໆຢູ່ ບິ່ງເຢືອງເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ, ກຳໄດ້ສະພາບການພັດທະນາລວມກ່ຽວກັບນະຄອນອັດສະລິຍະຂອງແຂວງບິ່ງເຢືອງ ກໍຄືຂອງປະຊາຄົມອື່ນໃນໂລກ ເພື່ອໄປທັນກັບທ່າອ່ຽງພັດທະນາຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ