(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ມີບົດຂຽນ “ປະເທດ ຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມແມ່ນໜຶ່ງ”.
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV) |
ເລີ່ມຕົ້ນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລີມ ຢັ້ງຢືນວ່າ ວັນທີ 30 ເມສາ 1975 ເປັນຂີດໝາຍປະຫວັດສາດອັນສຳຄັນຂອງຊາດ, ປະເທດຊາດທ້ອນໂຮມເປັນເອກະພາບ. ພາຍຫຼັງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ມີຄຸນທາດ, ມີຄວາມເຊື່ອໝັ້ນ, ຄວາມເອກອ້າງທະນົງໃຈ ແລະ ຄວາມໂອບອ້ອມອາລີຢ່າງພຽງພໍເພື່ອຜ່ານຜ່າຄວາມເຈັບປວດ ພ້ອມກັນກ້າວຂຶ້ນສູ່ທາງໜ້າ. ໃນວິວັດທະນາການພັດທະນານັ້ນ, ຍາມໃດພັກ ແລະ ລັດ ຫວຽດນາມ ກໍກຳນົດວ່າ ນະໂຍບາຍປອງດອງຊາດ ແມ່ນການເລືອກເຟັ້ນຍຸດທະສາດຍາວນານ, ແມ່ນເສົາຄ້ຳໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.
ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ປະຫວັດສາດບໍ່ສາມາດຂຽນໃໝ່ໄດ້, ແຕ່ອະນາຄົດສາມາດກຳນົດຄືນໃໝ່ໄດ້. ອະດີດຕະການເພື່ອຈົດຈຳ, ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ເພື່ອຖອດຖອນບົດຮຽນ. ອະນາຄົດແມ່ນເພື່ອພວກເຮົາພ້ອມກັນສ້າງສາ ແລະ ພັດທະນາ. ມຸ່ງໄປທາງໜ້າ, ຫວຽດນາມ ເຊື່ອໝັ້ນວ່າ ເອກະລາດ ແລະ ເອກະພາບບໍ່ແມ່ນຈຸດໝາຍສຸດທ້າຍ, ຫາກຍັງແມ່ນຈຸດເລີ່ມຕົ້ນຂອງວິວັດທະນາການໃໝ່: ວິວັດທະນາການສ້າງສາປະເທດສັນຕິພາບ, ຮັ່ງມີເຂັ້ມແຂງ, ອະລິຍະທຳ, ພັດທະນາ ແລະ ຍືນຍົງຄົງຕົວ. ຖ້າວ່າລຸ້ນພໍ່ລຸ້ນອ້າຍໄດ້ຈົດຈຳສັດຈະທຳ: “ປະເທດຫວຽດນາມ ແມ່ນໜຶ່ງ, ຊາດ ຫວຽດນາມ ແມ່ນໜຶ່ງ” ດ້ວຍການເສຍສະຫຼະ, ລຸ້ນປັດຈຸບັນ ຕ້ອງຫັນອຸດົມການັ້ນກາຍເປັນກຳລັງໜູນພັດທະນາ, ບືນຕົວຂຶ້ນໃນຍຸກສະໄໝໃໝ່.