ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຊີ້​ໃຫ້​ເຫັນ​ຢ່​າງ​ຈະ​ແຈ້ງ​ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ ຢູ່ ຫວຽດ​ນາມ

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະເໜີຢ່າງລະອຽດກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມໃນເງື່ອນໄຂ ແລະ ລັກສະນະສະເພາະຂອງ ຫວຽດນາມ. ບົດຂຽນ ກໍຊີ້ໃຫ້ເຫັນວ່າ ການສ້າງສັງຄົມນິຍົມຕ້ອງມີການປະກອບກຳລັງແຮງຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ປະກອບສ່ວນເຮັດໃຫ້ບັນຫາຈະແຈ້ງຂຶ້ນຕື່ມ ແລະ ເປັນປະໂຫຍດທີ່ສຸດແກ່ການສັງເກດກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ. 
ບົດ​ຂຽນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ໄດ້​ຊີ້​ໃຫ້​ເຫັນ​ຢ່​າງ​ຈະ​ແຈ້ງ​ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ ຢູ່ ຫວຽດ​ນາມ - ảnh 1ທ່ານ Stenfan Kuhner ປະທານກອງທຶນ Marx – Engels ຂອງເຢຍລະມັນ (ພາບ:TTXVN)

ໂດຍແບ່ງປັນກ່ຽວກັບບົດຂຽນມີຫົວຂໍ້ “ບາງບັນຫາທິດສະດີ ແລະ ພຶດຕິຈຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານ Stenfan Kuhner ປະທານກອງທຶນ Marx – Engels ຂອງເຢຍລະມັນ, ສະມາຊິກຄະນະກຳມະການສາກົນຂອງພັກກອມມູນິດ ເຢຍລະມັນ ໄດ້ໃຫ້ຂໍ້ສັງເກດວ່າ ບົດຂຽນດັ່ງກ່າວ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ. ຕາມທ່ານ Stenfan Kuhner ແລ້ວ, ໃນບົດຂຽນດັ່ງກ່າວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະເໜີຢ່າງລະອຽດກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມໃນເງື່ອນໄຂ ແລະ ລັກສະນະສະເພາະຂອງ ຫວຽດນາມ. ບົດຂຽນ ກໍຊີ້ໃຫ້ເຫັນວ່າ ການສ້າງສັງຄົມນິຍົມຕ້ອງມີການປະກອບກຳລັງແຮງຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ປະກອບສ່ວນເຮັດໃຫ້ບັນຫາຈະແຈ້ງຂຶ້ນຕື່ມ ແລະ ເປັນປະໂຫຍດທີ່ສຸດແກ່ການສັງເກດກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ. ກ່ຽວກັບບົດບາດຂອງພັກກອມມູນິດ ຫວຽດນາມ, ທ່ານ Stenfan Kuhner ກໍເນັ້ນໜັກວ່າ ນີ້ແມ່ນປັດໄຈຕັດສິນທຸກໄຊຊະນະຂອງພາລະກິດປະຕິວັດຢູ່ ຫວຽດນາມ.


 

ຕອບກັບ

ຂ່າວ/ບົດ​ອື່ນ