ບໍ່ດັດແກ້ບັນດາຄາດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກໃຫ້ປີ 2014

ບໍ່ດັດແກ້ບັນດາຄາດໝາຍພັດທະນາເສດຖະກິດສັງຄົມທີ່ໄດ້ວາງອອກໃຫ້ປີ 2014 - ảnh 1
(ວາລະ​ປະຊຸມ​ປະຈຳ​ເດືອນ 06/2014 ຂອງລັດຖະບານ​)

(vovworld) –  ​ໂດ​ຍສືບ​ຕໍ່​ວາລະ​ປະຊຸມ​ປະຈຳ​ເດືອນ 6, ວັນ​ທີ 01/07, ລັດຖະບານ​ສຸ​ມ​ໃສ່​ປຶກສາ​ຫາລື​ສະພາບ​ການ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ໃນ 6 ​ເດືອ​ນຕົ້ນ​ປີ 2014, ກຳນົດ​ທິດ​ນຳ​ໃຊ້​ແຫຼ່ງລາຍ​ຮັບ​ຈາກ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ຫັນ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ລັດຖະບານ​ກໍ່​ຮັບ​ຟັງ​ບົດ​ລາຍ​ງານ​ສະພາບ​ການ, ໝາກຜົນ​ວຽກ​ງານ​ຮັບປະກັນຄວາມ​ສະຫງົບ​ປອດ​ໄພ, ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ​ແລະ ພິຈາລະນາ, ປະກອບ​ຄຳ​ເຫັນ​ປຶກສາ​ຫາ​ລື​ບັນດາ​ບົດ​ລາຍ​ງານ​ຫົວ​ເລື່ອງ​ສະ​ເພາະ​ອື່ນໆ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ທີ 30/06, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ວາລະ​ປະຊຸມ​ຄັ້ງ​ນີ້​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ພິ​ເສດ ຍ້ອນ​ແຕ່​ວັນ​ທີ 02/05 ມາ​ຮອດ​ປະຈຸ​ບັນ, ຈີນ ບໍ່​ຫົວຊາ​ຕໍ່ຫຼັກ​ສິນ​ທຳ, ກົດໝາຍ, ການ​ພົວພັນ​ມິ​ດຕະພາບ​ລະຫວ່າງຫວຽດນາມ - ຈີນ, ​ໄດ້ຕັ້ງຮ້ານ​​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ​ໃນ​ສະພາບ​ການ​ນັ້ນ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ແມ່ນ​ທັງ​ມານະ​ພະຍາຍາມຢ່າງ​ສູ​ງສຸດ, ດ້ວຍ​ມາດ​ຕະການ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ​ເພື່ອ​ສືບ​ຕໍ່​ຢືດໝັ້ນ​, ​ເດັດດ່ຽວ​ຕໍ່ສູ້​ປົກປັກ​ຮັກສາອະທິປະ​ໄຕ​ເຂດ​ທະ​ເລຂອງ​ປະ​ເທດ​ຊາດ, ທັງ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເພື່ອ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ດ້ວຍ​ທຸກໆ​ມາດ​ຕະການ​ເໝາະ​ສົມ. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ວ່າ ດ້ວຍ​ທຸກໆ​ມາດ​ຕະການ, ​ແກ້​ໄຂ, ຈະ​ຕັດສິນ​ໃຈ, ສູ້​ຊົນ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ຕົ້ນ​ຕໍທີ່​ໄດ້​ວາງ​ອອກ​ແຕ່​ຕົ້ນ​ປີ 2014 ຢ່າງ​ມີ​ໄຊ ບົນ​ຈິດ​ໃຈ​ບໍ່​ດັດ​ແກ້​ບັນດາ​ຄາດໝາຍ, ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ໃຫ້​ປີ 2014. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ລັດ​ຖະບານ, ການ​ນຳ​ບັນດາ​ທ້ອງ​ຖິ່ນຈົ່ງຍົກ​ສູງ​ນ້ຳ​ໃຈ​ຮັບຜິດຊອບ, ປະກອບ​ຄຳ​ເຫັນ​ຢ່າງ​ແທດ​ຈິງ, ລະອຽດ​ ​ເພື່ອປະກາດ​​ໃຊ້ມະຕິ​ຂອງ​ລັດຖະບານ ດ້ວຍ​ບັນດາ​ການ​ກຳນົດ​ທິດ, ຊີ້​ນຳ​ຢ່າງ​ເໝາະ​ສົມ, ​ໃກ້ຊິດຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ