ບົດບາດຂອງການສຶກສາ ມຸ່ງໄປເຖິງການອະນຸລັກ ຮັກສາມໍລະດົກ

ບົດບາດຂອງການສຶກສາ ມຸ່ງໄປເຖິງການອະນຸລັກ ຮັກສາມໍລະດົກ - ảnh 1
(ພາບປະກອບ)

(vovworld) - ​ ບົດບາດ​ຂອງ​ການ​ສຶກສາ​ມຸ່ງ​ໄປ​ເຖິງ​ການ​ອະນຸລັກ​ຮັກສາ​ມໍລະດົກ ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ບົດ​ບາດ​ຂອງ​ມໍລະດົກ​ວັດທະນະທຳ​ໃນ​ການ​ສຶກສາ ​ແລະ ພັດທະນາ​ສັນຕິພາບ” ​ໂດຍ​ສະ​ຖາ​ບັນ​ມະຫາບັນດິດ​ວິທະຍາສາດ​ສັງຄົມ​ຫວຽ​ດນາມ ​ແລະ ກອງ​ທຶນ​ແຫຼ່ງຊັບພະຍາກອນ​ອາຊີ ຈັດ​ຕັ້ງ, ​ໃນ​ວັນ​ທີ 26/11, ຢູ່​ແຂວງ​ດົ​ງນາຍ. ບັນດາ​ຜູ້​ແທນ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດ ​ໄດ້​ແລກປ່ຽນ​ບົດຮຽນ​ໃນ​ການ​ອະນຸລັກ​ຮັກສາ​ມໍລະດົກ. ທ່ານ Nizamuddin Katawazi, ຜູ້ອຳ​ນວຍ​ການ​ບໍລິຫານ​ອົງການ​ສັນຕິພາບ ​ແລະ ສິດທິ​ມະນຸດ ອາບ​ກາ​ນິດ​ສຖານ ​ໃຫ້​ຮູ້​ວ່າ.

        “ຂ້າພະ​ເຈົ້າ​ມາ​ຈາກ​ອາບ​ກາ​ນິດ​ສຖານ, ​​ແມ່ນ​ປະ​ເທດ​ທີ່​ມີ​ການ​ປະ​ທະ​ກັນ​​ເປັນ​ປະຈຳໃນ 3 ທົດ​ສະ​ວັດ​ຜ່ານ​ມາ. ພວກ​ຂ້າພະ​ເຈົ້າ​ມີ​ບົດຮຽນ​ຫຼາຍ​ຢ່າງ​ໃນ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ໃນ​ໄລຍະ​ສົງຄາມ. ຄວາມ​ຈິງ, ​ການ​ອານຸລັກ​ຮັກສາ​ມໍລະດົກ​ໃນ​ໄລຍະ​ສົງຄາມ​ແມ່ນ​ຍາກ​ຫຼາຍ. ໄດ້​ມີມໍ​ລະ​ດົກ​ຫຼາຍ​ແຫ່ງ​ຂອງພວກ​ຂ້າພະ​ເຈົ້າ​ຖືກ​ເສຍ​ຫາຍ​ໄປໃນ 3 ທົດ​ສະ​ວັດ​ຜ່ານ​ມາ ​ແລະ ປະຈຸ​ບັນ​ຍັງຄົງ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ນີ້. ຂ້າພະ​ເຈົ້າ​ຄິດ​ວ່າ, ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ມີ​ບົດບາດສຳຄັນ​ໃນ​ການ​ອະນຸລັກ​ຮັກສາ ຍ້ອນ​ເຂົ້າ​ເຈົ້າ​ມີ​ຄວາມ​ຮູ້​ຫຼາຍກ່ຽວ​ກັບ​ບັນດາ​ມໍລະດົກ​ວັດທະນະທຳຢູ່​ທ້ອງ​ຖິ່ນ ​ແລະ ວິທີ​ປົກ​ປັກ​ຮັກສາ. ​ສິ່ງ​ດັ່ງກ່າວ​ກໍ່​ນຳ​ມາ​ເຊິ່ງຄວາມ​ສາມັກຄີ, ​ເອກະ​ພາບ ​ແລະ ຮັກສາ​ສັນຕິພາບ.”

        ກອງ​ປະຊຸມ​ກໍ່​ຍົກ​ອອກ​ສານ​ທີ່​ວ່າ: ມໍລະດົກ​ວັດທະນະທຳ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ກາລະ​ໂອກາດ​​ເພື່ອໃຫ້​ທຸກໆ​ຄົນ​ໄດ້​ພົບ​ປະ, ​ເຂົ້າ​ໃຈກັນ ​ແລະ ມີ​ຄວາມ​ຮູ້​ຫຼາຍ​ກວ່າ​ກ່ຽວ​ກັບ​ບັນດາ​ພື້ນຖານ​ວັດທະນະທຳ​ອື່ນໆ​ເທົ່ານັ້ນ ຫາກ​ຍັງ​ແມ່ນ​​ເຄື່ອງມື​ຫຼັກ​ແຫຼ່ງ​​ໃນ​ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ສັນຕິພາບອີກ​ດ້ວຍ.

ຂ່າວ/ບົດ​ອື່ນ