ບູນກາຣີ ຍາມໃດກໍ່ສະໜັບສະໜູນການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວ

(VOVWORLD) - ຕອນເຊົ້າວັນທີ 28 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev
ບູນກາຣີ ຍາມໃດກໍ່ສະໜັບສະໜູນການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev

ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ ຢູ່ຫວຽດນາມ. ທີ່ພິທີຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວ່າງ ສະເໜີສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ ແລະ ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ໃນການພົວພັນການຄ້າສອງຝ່າຍ, ທ່ານປະທານປະເທດຫວັງວ່າ ສອງຝ່າຍຈະດຳເນີນກອງປະຊຸມຄັ້ງທີ 24 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ ແລະ ບູນກາຣີ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດ ດ້ວຍບັນດາໂຄງການຮ່ວມມືຢ່າງແທດຈິງ, ນຳວົງເງິນການຄ້າສອງປະເທດເພີ່ມຂຶ້ນໂດຍໄວ. ທ່ານປະທານປະເທດ ສະເໜີສອງຝ່າຍສົ່ງເສີມບັນດາຮາກຖານບຳລຸງສ້າງຂອງສອງປະເທດຮ່ວມມືໂດຍກົງ. ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມພ້ອມແລ້ວທີ່ຈະເປັນຂົວຕໍ່ໜູນຊ່ວຍ ບູນກາຣີ ແລະ ອີຢູ ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ. ສ່ວນ ທ່ານເອກອັກຄະລັດຖະທູດ ບູນກາຣີ Evgueni Stefanov Stoytchev ໃຫ້ຮູ້ວ່າ ຕົ້ນປີ 2018 ບູນກາຣີ ຈະດຳລົງຕຳແໜ່ງເປັນປະທານຜັດປ່ຽນສະຫະພາບເອີຣົບ ແລະ ບູນກາລີ ຍາມໃດກໍ່ຈະສະໜັບສະໜູນເພື່ອໃຫ້ສັນຍາການຄ້າເສລີ ຫວຽດນາມ - ອີຢູ ໄດ້ຮັບການລົງນາມໂດຍໄວ. ຝ່າຍ ບູນກາຣີ ກໍ່ປາຖະໜາວ່າ ຈະຮັບຕ້ອນ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ ໃນເວລາອັນໃກ້.


ຕອບກັບ

ຂ່າວ/ບົດ​ອື່ນ