ບັນຍາກາດຕ້ອນຮັບ ບຸນປີໃໝ່ປະຈຳຊາດ ຢູ່ຫວຽດນາມ

ບັນຍາກາດຕ້ອນຮັບ ບຸນປີໃໝ່ປະຈຳຊາດ ຢູ່ຫວຽດນາມ - ảnh 1

(ພາບ:giaoduc.net.vn)

(vovworld) -  ​ຕອນ​ຄ່ຳ​ວັນ​ທີ 9/2, ​ໃນ​ຈຸດ​ເວລາ​ສົ່ງທ້າຍ​ປີ​ເກົ່າ​ ຕ້ອນຮັບ​ປີ​ໃໝ່, ບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບປີ​ໃໝ່​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ, ຈາກ​​ເຂດ​ທົ່ງພຽງ​ຕະຫຼອດ​ຮອດ​ເຂດ​ພູດ​ອຍ, ​ເຂດ​ໝູ່​ເກາະ​ທະ​ເລ​ທີ່​ຫ່າງ​ໄກ.

 ຢູ່ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ປະຊາຊົນ​​ແລະ ​ແຂກ​ທ່ອງ​ທ່ຽວນັບ​ໝື່ນໆ​ຄົນ​ໄດ້​ລົງ​ບັນດາ​ເຂດ​ໃຈກາງ​ຊົມ​ບັ້ງ​ໄຟ​ດອກ ​ແລະ ​ເຂົ້າວັດຂໍ​ໂຊກ​ຂໍ​ລາບ. ຢູ່​ນະຄອນ​ດ່າ​ນັງ, ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ນັບ​ໝື່ນ​ຄົນ​ໄດ້​ໄປ​ຂົວ​ແມ່ນ້ຳຮ່າ​ນ​ ເພື່ອ​ຊົມ​ບັ້ງ​ໄຟ​ດອກ ​ແລະ ​ໄປທ່ອງ​ທ່ຽວງານ​ຕະຫຼາດນັດ​ດອກ​ໄມ້​ລະດູບານ​ໃໝ່. ຢູ່​ຄຸ້ມ​ເມື​ອງ​ເກົ່າ​ໂຮ້ຍອານ​-​ແຂວງ​ກວາງ​ນາມ-​ມໍລະດົກ​ໂລກ​ກໍ​ໄດ້ຈັດ​ບັນດາ​ການ​ເຄື່ອນ​ໄຫວສິລະ​ປະວັດ​ທະນະ​ທຳ​ຢ່າງຟົດ​ຟື້ນ​ມ່ວນ​ຊື່ນ​ເຊັນ​ດຽວ​ກັນ.

   ຢູ່​ເຂດ​ພູດ​ອຍຮ່າ​ຢາງ, ປີ 2013, ຂະ​ແໜງວັດທະນະທຳ-​ກິລາ ​ແລະ ການທ່ອງທ່ຽວ​ແຂວງ​ຮ່າ​ຢາງ ສືບ​ຕໍ່​ສ້າງ​ພື້ນຖານ​ການທ່ອງທ່ຽວ​ທີ່​ເຂັ້ມຂຸ້ນ​ໄປ​ດ້ວຍ​ສີສັນ​ຊາດ. ​ໃນ​ຊຸມ​ວັນ​ຕົ້ນປີ​ໃໝ່​ມະ​ເສ​ງ, ​ແຂວງ​ຮ່າ​ຢາງ ສູ້​ຊົນ​ຈະ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ປະມານ 5 ພັນ​ເທື່ອ​ຄົນ. ທ່ານ​ຮ່ວາງ​ວັນ​ກຽນ, ຫົວໜ້າ​ພະ​ແນ​ກວັດທະນະທຳ-​ກິລາ ​ແລະ ການທ່ອງທ່ຽວ​ແຂວງ​ຮ່າ​ຢາງ ​ໃຫ້​ຮູ້​ວ່າ:

  “​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ກໍ່​ຄື​ສາມາດ​ເຊີນ​ແຂກ​ທ່ອງ​ທ່ຽວ​ເຂົ້າຮ່ວມບັນດາ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ປີ​ໃໝ່, ລະດູບານ​ໃໝ່​ຂອງ​ປະຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຄື: ຈັດການ​ແຂ່ງຂັນ​ດຳນາ, ຊົນ​ຄວາຍ, ຈັດ​ພິທີຕ້ອນຮັບ​ປີ​ໃໝ່​ຂອງ​ຊາວ​ເຜົ່າຢ້າວ, ການ​ເຫຼື້ອ​ມໃສສາສະໜາຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຄື: ​ໂລ​ໂລ, ປູ​ແປວ, ປາ​ແຖນ…“

ຂ່າວ/ບົດ​ອື່ນ