ບັນຍາກາດຕ້ອນຮັບບຸນເຕັດຢູ່ທ້ອງຖີ່ນຕ່າງໆຂອງຫວຽດນາມ


(VOV World) ບັນຍາກາດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ທຸກ​ແຫ່ງ​ຫົນ​ແມ່ນ​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ສຸດ. ຕອນ​ຄ່ຳ​ວັນ​ທີ 22/1 ຢູ່​ນະຄອນ ​ເຊີນ​ລາ, ​ແຂວງ ​ເຊີນ​ລາ, ທາງ​ພາກ​ເໜືອ​ຫວຽດນາມ, ປະຊາຊົນ​ບັນດາ​ເຜົ່າ​ໄດ້​ພາກັນ​ລົງ​ຖະໜົນ​ຕ້ອນຮັບ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າຕ້ອນຮັບ​ປີ​ໃໝ່ ດ້ວຍການ​ຍິງ​ບັ້ງ​ໄຟ​ດອກຢູ່​ເຂດ​ໃຈກາງ​ນະ​ຄອນ. ອ້າຍ​ຫງວຽນ​ມິ​ງຮ່ຽນ, ຊາວ​ນະຄອນ ລ້າງ​ເຊີນ, ​ເວົ້າ​ວ່າ:

        ”ປີ​ໃດ​ຂ້າພະ​​ເຈົ້າ​ກໍ່​ພາ​ລູກ​​ໄປ​ທ່ຽວ​ຢູ່​ທີ່​ນີ້. ຂ້າພະ​ເຈົ້າ​ເຫັນ​ວ່າ​ບັນຍາກາດ​ຢູ່​ກາງ​ແຈ້ງ​ມ່ວນ​ຊື່ນ​ທີ່​ສຸດ. ຂ້າພະ​ເຈົ້າ​ຫວັງ​ວ່າ, ປີ​ໃໝ່​ທຸກ​ຄົນຈະ​​ໄດ້​ຮັບ​ທຸກ​ສິ່ງທຸກຢ່າງທີ່​ດີກ​ວ່າ​ເກົ່າ”.

ບັນຍາກາດຕ້ອນຮັບບຸນເຕັດຢູ່ທ້ອງຖີ່ນຕ່າງໆຂອງຫວຽດນາມ - ảnh 1

ສ່ວນ​ຢູ່​ແຂວງ ດ້ຽນບຽນ, ທາງ​ທິດຕາ​ເວັນ​ຕົກ​ສ່ຽງເໜືອ​ຂອງ ຫວຽດນາມ  ບັນຍາກາດ​ຕ້ອນຮັບ​ບຸນປີ​ໃໝ່​ກໍ່​ມີ​ຄວາມຟົດ​ຟື້ນ​ຍິ່ງ​ທີ່ສຸດ. ຊາວ ດ້ຽນບຽນ ​ແຕ່ລະຄົນ​ລ້ວນ​ແຕ່​ພາກພູມ​ໃຈ​ຕໍ່​ບັນດາ​ຜົນງານ​ເຊິ່ງທາງ​ແຂວງ ດ້ຽນບຽນ​ບັນລຸ​ໄດ້, ​ແລະ​ ເຊື່ອ​ໝັ້ນ​ວ່າ ປີ​ໃໝ່​ຈະ​ໄດ້​ຮັບ​ຜົນງານ​ທີ່​ສຳຄັນ​ກວ່າ​ເກົ່າ. ລູງ ​ເລ​ວັນ​ຮ໋ຽວ, ​ໄດ້​ເວົ້າ​ວ່າ:

        ”ທາງ​ແຂວງ​ໄດ້​ຈັດ​ລາຍການ​ຍິງ​ບັ້ງ​ໄຟ​ດອກ, ປະຊາຊົນ​ໄປ​ຊົມ​ຫຼາຍ​ທີ່​ສຸດ, ຜູ້​ໃດ​ກໍ່ຣູ້ສຶກພາກພູມ​ໃຈ. ກ້າວ​ເຂົ້າ​ສູ່​ປີ​ໃໝ່, ຫວັງ​ວ່າ ສັງຄົມ​ພັດທະນາ ​ເພື່ອ​ໃຫ້​ປະຊາຊົນ​ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່ ​ແລະ​ເຊື່​ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ໂລກ”

        ສ່ວນ​ຢູ່​ຄຸ້ມ​ເມືອງ​ເກົ່າ ​ໂຮ້ຍອານ, ທາງ​ພາກ​ກາງ​ຫວຽດນາມ, ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ງານ​ວາງສະ​ແດງ​ໂຄມ​ໄຟ, ຄຳ​ກ່ອນ​ບຸນ​ເຕັດ, ​ກໍ່​ຄື​ການ​ລະ​ຫຼິ້ນ​ພື້ນ​ເມືອງ​ຕ່າງໆ. ນັບ​ແຕ່​ຫຼາຍ​ປີ​ມາ​ນີ້, ​ໂຮ້ຍອານ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທີ່​ຈັບ​ອົບ​ຈັບ​ໃຈ​ນັບທັງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ​ຕ່າງປະ​ເທດ. ທ່ານ​ຫວໍ​ຟຸ່ງ, ຜູ້ອຳນວຍການ​ສູນວັດທະນະທຳ​ກິລາ​ນະຄອນ ​ໂຮ້ຍອານ, ​ແຂວງ ກວາງ​ນາມ, ​ເວົ້າ​ວ່າ:

        ”ຜ່ານ​ງານ​ບຸນ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດ, ທາງ​ນະຄອນ​ຢາກ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ກ່ຽວ​ກັບ​ມູນ​ເຊື້ອ​ວັດທະນະທຳ, ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຊົມ​ໃຊ້, ​ແລະ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ແຕ່ລະຄົນ​ໃນ​ທຸກ​ເກັນ​ອາຍຸ”

ບັນຍາກາດຕ້ອນຮັບບຸນເຕັດຢູ່ທ້ອງຖີ່ນຕ່າງໆຂອງຫວຽດນາມ - ảnh 2

ຢູ່​ນະຄອນ ​ເກິ່ນ​ເທີ, ​ເຊິ່ງ​ແມ່ນ​ໃຈກາງ​ເສດຖະກິດ - ການ​ເມືອງ - ວັດທະນະທຳ ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ກໍ່​ຈັດ​ລາຍການ​ສະ​ແດງສິລະ​ປະ, ຍິງ​ບັ້ງ​ໄຟ​ດອກ ​ເພື່ອ​ຄຳນັບ​ຊົມ​ເຊີຍ​ປີ​ໃໝ່. ອ້າຍ ຫງວຽນ​ວັນ​ມິ​ງ, ​ເມືອງ ບິ່ງ​ຖູ​ຍ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ວ່າ:

”ປີ​ໃດ​ຂ້າພະ​ເຈົ້າ​ກໍ່​ມາແຫ່ງ​ນີ້, ​ເຫັນ​ວ່າ ພໍ່​ແມ່ ປຊຊ ຕ້ອນຮັບ​ປີ​ໃໝ່​ດ້ວຍຄວາມ​ເບິ​ກບານ​ມ່ວນ​ຊື່ນ. ປີ​ນີ້​ຂ້າພະ​ເຈົ້າ​ເຫັນ​ວ່າ​ບຸນປີ​ໃໝ່​ມີ​ຄວາມ​ຟົດ​ຟື້ນ​ກວ່າ​ປີ​ກ່ອນໆ. ຂ້າພະ​ເຈົ້າ​ຫວັງ​ວ່າ​ຊາວ​ນະຄອນ ​ເກິ່ນ​ເທີ​ ທຸກ​ຄົນ​ທຳມາຫາກິນ ໄດ້​ຮັບ​ຜົນ​ດີ.”

        ພ້ອມ​ກັບ​ທົ່ວ​ປະ​ເທດ ​ນະຄອນ ໂຮ່ຈີ​ໃນ ກໍ່​ຕ້ອນຮັບ​ບຸນປີ​ໃໝ່ ດ້ວຍຄວາມ​ເບິ​ກບານ​ມ່ວນ​ຊື່ນ ​ແລະ​ເຕັມ​ໄປ​ດ້ວຍ​ສີສັນ​ຫຼາກ​ຫຼາຍ, ຖະໜົນດອກ​ໄມ້ ຫງວຽນ​ເຮ້ ​ແມ່ນ​ແຫ່ງ​ທີ່​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ ​ແລະ​ຕ້ອນຮັບ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ຫຼາຍ​ກວ່າ​ໝູ່. ຖະໜົນ​ດອກ​ໄມ້​ປີ​ນີ້, ​ແມ່ນ​ກິດຈະກຳ​ວັດທະນະທຳ ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ມູນ​ເຊື້ອ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ​ເຊິ່ງ​ໄດ້​ເຕົ້າ​ໂຮມສີສັນ​ວັດທະນະທຳຂອງ​ທັງ 3 ພາກ: ​ພາກ​ເໜືອ, ພາກ​ກາງ ​ແລະ​ພາກ​ໃຕ້, ພ້ອມ​ກັບ​ເຂດ​ເກາະ​ທະ​ເລ​ຂອງ​ຫວຽດນາມ, ຜ່ານ​ນັ້ນ​ປຸກລຸກ​ນ້ຳ​ໃຈ​ຮັກ​ຊາດ ​ແລະ​ເຈດ​ຈຳນົງ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ປ້າ ຫງວຽນ​ທິຊວນ, ຢູ່​ເມືອງ 4 ​ເວົ້າ​ວ່າ:

        ”ປີ​ໃດ​ຂ້າພະ​ເຈົ້າ​ກໍ່​ໄປ​ທ່ຽວ​ຢູ່​ສວນ​ອຸທິຍານ. ປີ​ນີ້​ສວນ​ອຸທິຍານ​ງາມ​ກວ່າ​ປີ​ກ່ອນ. ພາຍຫຼັງ​ທ່ຽວ​ຊົນ​ຢູ່​ທີ່​ນີ້​ແລ້ວ, ຂ້າພະ​ເຈົ້າ​ຈະ​ກັບ​ເມືອ​​ເຮືອນ ບູຊາສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່. ຂ້າພະ​ເຈົ້າ​ຫວັງ​ວ່າ​ປີ​ໃໝ່​​ໃຜໆ​ກໍ່​ມີ​ສຸ​ຂະພາບ​ເຂັ້ມ​ແຂງ, ນະຄອນ​ນັບ​ມື້​ນັບ​ພັດທະນາ​ກວ່າ


ບັນຍາກາດຕ້ອນຮັບບຸນເຕັດຢູ່ທ້ອງຖີ່ນຕ່າງໆຂອງຫວຽດນາມ - ảnh 3

ຕອບກັບ

ຂ່າວ/ບົດ​ອື່ນ