ບັນຍາກາດຕ້ອນຮັບບຸນເຕັດຢູ່ຮ້ານ ເຈາະນ້ຳມັນບົນທະເລ

ບັນຍາກາດຕ້ອນຮັບບຸນເຕັດຢູ່ຮ້ານ ເຈາະນ້ຳມັນບົນທະເລ - ảnh 1
ພາບປະກອບ

(vovworld) – ​ໃນ​ຊຸມ​ວັນ​ລະດູບານ​ໃໝ່ປີ​ນີ້, ທຸກໆ ຄົນ ​ເຖິງ​ວ່າ​ຈະ​ທຳ​ມາ​ຫາ​ກິນ ຢູ່​ຫ່າງ​​ໄກຈາກ​ບ້ານ​ເກີດ​ເມືອງ​ນອນ ກໍ​ຕາມ ກໍ່​ລ້ວນ​ແຕ່ພະຍາຍາມ​ຊັບ​ຊ້ອນ​ວຽກ​ງານ​ເພື່ອ​ກັບ​ເມືອ​ບ້ານຕ້ອນຮັບ​ບຸນ​ເຕັດ​ພ້ອມ​ກັບ​ຄອບຄົວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ບັນດາ​ກິດຈະກຳນ້ຳມັນ​ອາຍ​ແກ​ດບົນ​ທະ​​ເລ, ບັນດາ​ນັກ​ວິສາວະກອນ, ກຳມະກອນ ຍັງ​ຄົງ​ຕ້ອງ​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​​ເມ່ືອຍ, ປະກອບສ່ວນ​ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ປະ​ເທດ​ຊາດ. ອ້າຍ ຫວູວັນ​ເກືອ​ງ, ອາຍຸ 25 ປີ, ນັກວິ​ສາວະ​ກອນບໍ່​ແຮ່ - ທໍລະນີໃຫ້​ຮູ້​ວ່າ:

“ປີ​ນີ້ ​ແມ່ນ​ປີ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ຕ້ອນຮັບ​ບຸນ​ເຕັດ​ຢູ່ ​ຮ້ານ​ເຈາະ​ນ້ຳມັນ. ຄວາມ​ຮູ້ສຶກ​​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ຢູ່​ຫ່າງ​ຈາກ​ບ້ານ ​ແມ່ນ​ຄິດ​ຮອດ​ບ້ານ​ຫຼາຍ ​ແຕ່​ວ່າ​ຂ້າພະ​ເຈົ້າ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ອ້າຍ​ນ້ອງ​ຢູ່​ທີ່​ນີ້ ດັ່ງ​ນັ້ນ​ກໍ່​ປຽບ​ເໝືອນໄດ້​ຕ້ອນຮັບ​ບຸນ​ເຕັດ​ຢູ່​ບ້ານ, ​ພ້ອມ​ກັນ​ນັ້ນ​ກໍ່​​ໄດ້​ຮັບ​ຄວາ​ມ​ເອົາ​ໃຈ​ໃສ່​ຂອງ​ທາງ​ບໍລິສັດ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ດັ່ງ​ນັ້ນ​ອ້າຍ​ນ້ອງ​ກໍ່​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ພະຍາ​ຍາມ​ເຮັດ​ວຽກ​ງານ​ໃຫ້​ດີ.”

ດ້ວຍ​ກິດຈະກຳ​​ຮ້ານ​ເຈາະ​ນ້ຳມັນ​ອາຍ​ແກ​ດນັບ​ສິບ​​ແຫ່ງ​ບົນ​ທະ​ເລ, ​ໃນ​ແຕ່ລະ​ປີ, ຂະ​ແໜງ​ນ້ຳມັນ​ອາຍ​ແກ​ດມີ​ນັກວິ​ສາວະ​ກອນ ​ແລະ ກຳມະກອນ ປະມານ 3.000 ຄົນ​ຕ້ອງ​ຕ້ອນຮັບ​ບຸນ​ເຕັດ​ຢູ່ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ​ໃນ​ນັ້ນ​ຄົນ​ງານ​ສັງກັດ​ບໍລິສັດ​ຮ່ວມ​ທຸລະ​ກິດ ຫວຽດນາມ - ລັດ​ເຊຍ Vietsopetro ກວມ​ເອົາ 80%. ​ເພື່ອ​ເປັນ​ການ​ລະດົມ​ກຳລັງ​ໃຈ​ແກ່​ຄົນ​ງານ​ເມື່ອ​ຕ້ອນຮັບ​ບຸນ​ເຕັດ​ໄກ​ບ້ານ, ບັນດາ​ຄະນະ, ຂະ​ແໜງ​ການ, ໝູ່​ຄະນະ​ໄດ້​ສົ່ງ​ເຂົ້າ​ໜົມຊະນິດ​ຕ່າງໆ, ດອກ​ຄາຍ, ດອກ​ເໝີຍ, ​ເຂົ້າຕົ້ມ.​.​.​ ​ມາ​ໃຫ້ບັນດາ​ກຳມະກອນ​ທີ່​ພວມ​ເຮັດ​ວຽກ​ຢູ່​​ຮ້ານ​ເຈາະນ້ຳ​ມັນ​ໃນ​ຊຸມ​ວັນ​ບຸນ​ເຕັດ. ທ່ານ ຫວູ​ແຄ໋ງ​ເຈື່ອງ, ສະມາຊິກ​ສະພາ​ສະມາຊິກ​ກຸ່ມ​ບໍລິ​ສັດ​ນ້ຳມັນ​ອາຍ​ແກ​ດ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ:

“​ໃນ​​ໂອກາດ​ບຸນປີ​ໃໝ່ ພວກ​ຂ້າພະ​ເຈົ້າ​​ໄດ້​ສົ່ງ​ຄະນະການ​ນຳ​ໄປ​ອວຍພອນ​ປີ​ໃໝ່​ຢູ່ກິດຈະກຳ​ແຕ່ລະ​ແຫ່ງ. ​ເວົ້າ​ລວມ​ແລ້ວ, ການ​ນຳ​ຂະ​ແໜງ​ນ້ຳມັນ​ອາຍ​ແກ​ດຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ທາ​ງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ພະນັກງານ​ກຳມະກອນ. ນ​ອກນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ຄົນ​ງານ​ແຕ່ລະຄົນ ​ແລະ ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ໂອກາດ​ບຸນ​ເຕັດ”

ຂ່າວ/ບົດ​ອື່ນ