ບັນຍາກາດຟົດຟື້ນໃນວັນວັດທະນະທຳ-ກິລາຊາວໜຸ່ມທະຫານປ້ອງກັນຊາຍແດນ

ບັນຍາກາດຟົດຟື້ນໃນວັນວັດທະນະທຳ-ກິລາຊາວໜຸ່ມທະຫານປ້ອງກັນຊາຍແດນ - ảnh 1
ລາຍການສະແດງສິລະປະ
(ພາບ: bienphong.com)


(vovworld) – ​ໂດຍ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ຫວຽດນາມ (3/3/1959 – 3/3/2014), 25 ປີ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ຍ​ແດນ (3/3/1989 – 3/3/2014), ວັນ​ທີ 3/3, ກົມ​ວຽກ​ງານການ​ເມືອງທະຫານ​ປ້ອງ​ກັນຊາ​ຍ​ແດນ​ໄດ້​ຈັດ​ຕັ້ງ​ວັນ​ວັດທະນະທຳ - ກິ​ລາ ຊາວ​ໜຸ່ມ. ​​ໂດຍນອນ​​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂ​ອງ​ຊາວ​ໜຸ່ມ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ກຳລັງ, ວັນ​ວັດທະນະທຳ - ກິລາ​ຊາວ​ໜຸ່ມ ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແມ່ນ​ໂອກາດ​ເພື່ອ​​ເພີ່ມ​ທະວີ​ຄວາມ​ຜູກພັນສາມັກຄີ​ລະຫວ່າງ​ບັນດາ​ຄະນະ​ຊາວ​ໜຸ່ມ​ຂອງ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ກັບ​ບັນດາ​ກົມ​ກອງ​ສົມທົບ​, ​ແຮກສ່ຽວ. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ - ກິລາ​ນີ້, ຄະນະ​ຊາວ​ໜູ່ມທະຫານ​ປ້ອງ​ກັນຊາ​ຍ​ແດນ ສືບ​ຕໍ່​ສະ​ເໜີ​ບັນດາ​ເນື້ອ​ໃນ, ​ແຜນການ​ໃນ​ໄລຍະ​ຕໍ່​ໄປ, ສົມທົບ​ກັນຊ່ວຍ​ເຫຼືອ​​ປະຕິບັດ​ຂະ​ບວນການ​ຊາວ​ໜຸ່ມ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ກັບ​ບັນດາ​ກົມ​ກອງ​ແຮ​ກສ່ຽວ. ຮ້ອຍ​ເອກ ດ່ວານ​ງອກ​ເບົ໋າ, ຫົວໜ້າ​ຄະ​ນະ​ຊາວ​ໜຸ່ມ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ​ໃຫ້​ຮູ້​ວ່າ:

    “ສຳລັບ​ຄະນະ​ຊາວ​ໜຸ່ມ​ທະ​ຫານປ້ອງ​ກັນຊາ​ຍ​ແດນ​ແລ້ວ, ການ​ເຄື່ອນ​ໄຫວ​ຕ່າງໆຄື​ແນວ​ນີ້​ແມ່ນ​ແທດ​ຈິງ​ທີ່​ສຸດ ​ເພື່ອ​​ເປັນ​ກາ​ນຊົມ​ເຊີຍ​ກຳລັງ​ໄດ້​ຮັບ​ຫຼຽນ​ໄຊ ​ໂຮ່ຈີ​ມິ​ນ ຄັ້ງ​ທີ 3. ຍິ່ງ​ກ່ວາ​ນັ້ນອີກ, ຊາວ​ໜຸ່ມ​ພວກ​ເຮົາ​ໄດ້​ຂັບຮ້ອງ​ບົດ​ເພງ​ທີ່​ເປັນມູນ​ເຊື້ອ, ​ໄດ້​ຊອກ​ຮູ້​ບັນດາ​ຜົນງານ​ຂອງ​ລຸ້ນພໍ່​ລຸ້ນອ້າຍ​​ໄດ້​ສ້າງ​ຂຶ້ນ, ຮຳ່ຮຽນ​ເອົາ​ບົດຮຽນ, ການ​ອຸທິດ​ສ່ວນ, ສຸດ​ຈິດ​ສຸດ​ໃຈ.​.​​. ​ເພື່ອ​ປະ​ກອບ​ສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ