(VOVWORLD) - ມີແຂກທ່ອງທ່ຽວສາກົນຫຼາຍຄົນໄດ້ສະແດງຄວາມມັກ ແລະ ອອນຊອນດ້ວຍເຂດຮ້ານວາງຂາຍທີ່ເຕັມໄປດ້ວຍສີສັນຂອງໂຄມໄຟຮູບດາວ, ເຄື່ອງຫຼິ້ນຢູ່ 2 ແຄ້ມທາງ.
ຢູ່ຖະໜົນ ຮ່າງມ້າ (ຮ່າໂນ້ຍ) ມີສີສັນທີ່ຫຼາກຫຼາຍມາຈາກໂຄມໄຟ, ເຄື່ອງຫຼິ້ນ…
(ພາບ: laodong.vn)
|
ຊຸມມື້ກ່ອນຈະຮອດວັນບຸນໄຫວ້ພະຈັນ, ຢູ່ຖະໜົນ ຮ່າງມ້າ (ຮ່າໂນ້ຍ) ມີສີສັນທີ່ຫຼາກຫຼາຍມາຈາກໂຄມໄຟ, ເຄື່ອງຫຼິ້ນ… ນອກຈາກເຄື່ອງປະດັບປະດາແລ້ວ, ໜ້າກາກພື້ນເມືອງ, ໂຄມໄຟຮູບດາວ, ໂຄມໄຟດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນຊະນິດຕ່າງໆກໍໄດ້ດຶງດູດຜູ້ມາຊື້.
ໂດຍເຊື່ອມຕົວເຂົ້າກັບກະແສຜູ້ໄປລະຫຼິ້ນວັນບຸນໄຫວ້ພະຈັນ, ມີແຂກທ່ອງທ່ຽວສາກົນຫຼາຍຄົນໄດ້ສະແດງຄວາມມັກ ແລະ ອອນຊອນດ້ວຍເຂດຮ້ານວາງຂາຍທີ່ເຕັມໄປດ້ວຍສີສັນຂອງໂຄມໄຟຮູບດາວ, ເຄື່ອງຫຼິ້ນຢູ່ 2 ແຄ້ມທາງ.
“ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຫັນປະຈັກຕາ. ເຂດນີ້ສວຍງາມທີ່ສຸດ. ບັນຍາກາດດີ, ມີສີສັນຫຼາກຫຼາຍ. ມີແສງດອກໄຟຫຼາຍ, ຜູູ້ຄົນເບີກບານມ່ວນຊື່ນ, ມີຄວາມສຸກ. ຂ້າພະເຈົ້າມັກແຫ່ງນີ້.”
(ຄູອາຈານ, ນັກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ກໍມ້າ ເຮັດໂຄມໄຟຮູບດາວ) |
ສ່ວນຢູ່ເຂດຊາຍແດນ ເຊີນລາ, ບັນດາເດັກນ້ອຍເຂດພູສູງພວມຕ້ອນຮັບວັນບຸນໄຫວ້ພະຈັນທີ່ເຕັມໄປດ້ວຍຄວາມໝາຍ. ນັ້ນແມ່ນຂອງຂວັນທີ່ບັນດາຄູອາຈານ, ອຳນາດການປົກຄອງ ພ້ອມກັບປະຊາຄົມສະຫງວນໃຫ້ນັກຮຽນໂຮງຮຽນມັດທະຍົມເຄິ່ງກິນນອນຊົນເຜົ່າ ມັດທະຍົມຕອນຕົ້ນ ກໍມ້າ, ຕາແສງ ກໍມ້າ, ເຊີນລາ.
“ນ້ອງຊືວ່າ ຊຸ່ງທິເຕົ໊າ, ນັກຮຽນຂອງໂຮງຮຽນ, ພວກນ້ອງລ້ວນແຕ່ຫ່າງໄກຈາກບ້ານ, ເປັນນັກຮຽນເຄິ່ງກິນນອນ ກັບບັນດາຄູອາຈານ, ໃນໂອກາດວັນບຸນໄຫວ້ພະຈັນນີ້ ພວກນ້ອງໄດ້ຕ້ອນຮັບພ້ອມກັບບັນດາຄູອາຈານ, ພວກເພື່ອນໃນໂຮງຮຽນ. ພວກນ້ອງໄດ້ເຮັດໂຄມໄຟຮູບດາວ, ສະແດງສິລະປະໃນຄ່ຳຄືນວັນບຸນໄຫວ້ພະຈັນ, ມ່ວນ ແລະ ມີຄວາມກະຕືລືລົ້ນທີ່ສຸດ”.