ບັນດາກະຊວງ,ຂະແໜງການຕ້ອງເປັນເຈົ້າການ,ມີໄຫວພິບ,ຮັບປະກັນລາຄາສະກຸນເງິນຫວຽດນາມດົງໃຫ້ໝັ້ນຄົງ

ບັນດາກະຊວງ,ຂະແໜງການຕ້ອງເປັນເຈົ້າການ,ມີໄຫວພິບ,ຮັບປະກັນລາຄາສະກຸນເງິນຫວຽດນາມດົງໃຫ້ໝັ້ນຄົງ - ảnh 1
(ພາບປະກອບ: VGP)

​​(vovworld) – ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ, ຮັບປະກັນ​ລາຄາ​​ສະກຸນ​ເງິນ​ຫວຽດນາມ​ດົງ​​ໃຫ້​ໝັ້ນ​ຄົງ. ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ທີ່​ກອງ​ປະຊຸມ​ໃນ​ວັນ​ທີ 14/08, ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ​ກ່ຽວ​ກັບເລື່ອງ​ເງິນ​ຢວນ ຂອງ​ຈີນ ຫຼຸດ​ລາຄາ ​ແລະ ບັນດາ​ຜົນ​ກະທົບ, ຜົນ​ສະ​ທ້ອນ​ອາດ​ກ່ຽວຂ້ອງ​ເຖິງ​ພື້ນຖານ​ເສດຖະກິດ​ຂອງຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ​ການ​ຮັບ​ມື​​ໃນ​ເບື້ອງ​ຕົ້ນຢ່າງ​ທັນ​ການ, ​ເໝາະ​ສົມຂອງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ແລະ ບັນດາ​ກະຊວງ ຕໍ່​ໜ້າ​ກາ​ນ​​ເໜັງຕິງຂອງ​ຕະຫຼາດ​​ໂລກ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ສືບ​ຕໍ່​ຕິດຕາມ​ສະພາບ​ການ​ຂອງ​ໂລ​ກ, ພາກ​ພື້ນ ​ແລະ ພາຍ​ໃນ​ປະ​ເທດຢ່າງ​ໃກ​້ຊິດ, ຕີ​ລາ​ຄາ​ຜົນ​ທະ​ທ້ອນ, ຜົນ​ກະທົບ​​ເຖິງ​ແຕ່ລະ​ຂົງ​ເຂດ, ​ໂດຍ​ສະ​ເພາະ​​ແມ່ນ​ຕະຫຼາດ​ເງິນ​ຕາ​ຕ່າງປະ​ເທດ, ຕະຫຼາດ​ອະ​ສັງ​ຫາ​ລິ​ມະຊັບ, ຕະຫຼາດ​ຄຳ… ​ເພີ່ມ​ທະວີ​ການ​ສົມ​ທົບ​ກັນ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ເພື່ອ​ຮັບ​ມື​ຢ່າງ​ເໝາະສົມ. ພ້ອມ​ກັນ​ນັ້ນ, ສົມທົບ​ກັບນະ​ໂຍບາຍ​ການ​ເງິນ ​ແລະ ບັນດາ​ນະ​ໂຍບາຍ​ອື່ນໆ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ສູ້​ຊົນ​ບັນລຸ​ໄດ້ ​ແລະ ​ລື່ນ​ກ່າຍ​ບັນດາ​ຄາດໝາຍ, ໜ້າ​ທີ່, ​ແຜນການ​ທີ່​ໄດ​​້ວາງ​ອອກໃຫ້​ປີ 2015. ພ້ອມ​ທັງ, ສືບ​ຕໍ່​ຄົ້ນຄວ້າ, ສ້າງ​ລະ​ບົບມາດ​ຕະການ​ແກ້​ໄຂ​ມິ​ລັກສະນະ​ສັງ​ລວມ, ຍາວ​ນານ, ຮັບປະກັນ​ສະພາບ​ແວດ​ລ້ອມ​ຢ່າງ​ໝັ້ນຄົງ ​ແລະ ສະດວກ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ