ບັນ​ດາ​ການນ​ຳ EU ​ປາດ​ຖະ​ໜາ​ຢາກ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽ​ດ​ນາມ

(VOVWORLD) -ໃນຈົດໝາຍ, ການນຳ EU ສອງທ່ານ ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ມີການກະທຳຢ່າງໄວວາ ແລະ ເດັດຂາດ ໃນການຄວບຄຸມການແຜ່ລາມຂອງໂລກລະບາດໂຄວິດ-19, ຜ່ານນັ້ນ ສະກັດກັ້ນໄດ້ການແຜ່ລະບາດ ແລະ ຈຳກັດໄດ້ອັດຕາເສຍຊີວິດຍ້ອນໂລກລະບາດໂຄວິດ-19.
ບັນ​ດາ​ການນ​ຳ EU ​ປາດ​ຖະ​ໜາ​ຢາກ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽ​ດ​ນາມ - ảnh 1ທ່ານ Charles Michel ປະທານສະພາເອີລົບ (ເບື້ອງຂາວ) ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (ພາບ: THX/TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນດ້ານການທູດລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EU) (28/11/1990 – 28/11-2020),  ທ່ານ Charles Michel ປະທານສະພາ ເອີລົບ ແລະ ທ່ານນາງ Ursula von der Leyen ປະທານຄະນະກຳມະການ ເອີລົບ (EC) ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ.

ໃນຈົດໝາຍ, ການນຳ EU ສອງທ່ານ ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ມີການກະທຳຢ່າງໄວວາ ແລະ ເດັດຂາດ ໃນການຄວບຄຸມການແຜ່ລາມຂອງໂລກລະບາດໂຄວິດ-19, ຜ່ານນັ້ນ ສະກັດກັ້ນໄດ້ການແຜ່ລະບາດ ແລະ ຈຳກັດໄດ້ອັດຕາເສຍຊີວິດຍ້ອນໂລກລະບາດໂຄວິດ-19.

ການນຳ EU ສອງທ່ານ ໄດ້ໃຫ້ຂໍ້ສັງເກດວ່າ ໃນ 30 ປີ ຜ່ານມາ, ຫວຽດນາມ ມີຫຼາຍບາດກ້າວພັດທະນາ, ຈາກການປະຕິບັດນະໂຍບາຍປ່ຽນແປງໃໝ່, ສ້າງການພົວພັນກັບ ເອີລົບ ໃຫ້ເປັນປົກກະຕິ, ເຂົ້າເປັນສະມາຊິກ ອາຊຽນ ແລະ ອົງການການຄ້າໂລກ (WTO), ຈົນເຖິງການປະຕິຮູບໂຄງປະກອບຢ່າງເລິກເຊິ່ງກ້ວາງຂວາງ ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມຜ່ານການເຊື່ອມໂຍງທົ່ວໂລກ. ເລື່ອງນີ້ໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນໜື່ງໃນບັນດາພື້ນຖານເສດຖະກິດມີລະດັບການພັດທະນາໄວທີ່ສຸດໃນໂລກ.

ການນຳ EU ສອງທ່ານ ກໍ່ ປາດຖະໜາຢາກ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ເພື່ອຮັບມືກັບ ສິ່ງທ້າທາຍທົ່ວໂລກ, ພ້ອມກັນປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ ແລະ ພັດທະນາໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ