ບັນ​ດາ​ການ​ນຳ ຫວຽດ​ນາມ ມີ​ ຍຸດ​ທະ​ສາດ, ກຳ​ລັງ​ຄວາ​ມ​ສາ​ມາດ ແລະ ຕົວ​ຈິງ

(VOVWORLD) - “ຂ້າພະເຈົ້າຕັ້ງຄວາມຫວັງຫຼາຍຢ່າງຕໍ່ອະນາຄົດຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະໃໝ່.” ນັ້ນແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ໃນການຖະແຫຼງຂ່າວທີ່ຖືກດຳເນີນໃນວັນທີ 7 ເມສາ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.
ບັນ​ດາ​ການ​ນຳ ຫວຽດ​ນາມ ມີ​ ຍຸດ​ທະ​ສາດ, ກຳ​ລັງ​ຄວາ​ມ​ສາ​ມາດ ແລະ ຕົວ​ຈິງ - ảnh 1ທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink (ພາບ: VOV)

ທີ່ການຖະແຫຼງຂ່າວ, ທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ຊີ້ແຈ້ງວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ອາເມລິກາ ແລະ ທັງສອງປະເທດພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຊຸກຍູ້ໃຫ້ການພົວພັນສອງຝ່າຍໝັ້ນຄົງເຂັ້ມແຂງ; ທ່ານຕີລາຄາສູງບົດບາດຂອງ ຫວຽດນາມ ໃນການຮ່ວມມື, ນຳພາ, ແກ້ໄຂບັນດາບັນຫາໃນພາກພື້ນ ແລະ ສາກົນ.

        ທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ຢັ້ງຢືນວ່າ ຫວຽດນາມ ແມ່ນພາກສ່ວນສຳຄັນໃນຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອາເມລິກາ. ເລື່ອງສອງປະເທດສ້າງສາຍພົວພັນຢ່າງມີປະສິດທິຜົນ ແລະ ຍາວນານບົນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບເຊິ່ງກັນແລະກັນ ຈະສ້າງທ່ວງທ່າໃຫ້ອະນາຄົດການພົວພັນຂອງສອງປະເທດໃນໄລຍະໃໝ່. ທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ໃຫ້ຮູ້ວ່າ ທ່ານເອງ ກໍຄື ບັນດາການນຳ ອາເມລິກາ ຫວັງຢ່າງຍິ່ງວ່າ ຈະຮ່ວມມືກັບການນຳຄົນໃໝ່ຂອງ ຫວຽດນາມ ຢ່າງແໜ້ນແຟ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ