ບັນດາການນຳພັກ, ສະພາແຫ່ງຊາດລົງ ພົບປະກັບຜູ້ມີສິດເລືອກຕັ້ງ

ບັນດາການນຳພັກ, ສະພາແຫ່ງຊາດລົງ ພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງີນ ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເກີນ​ເທີ


(vovworld)- ໂດຍ​ສືບ​ຕໍ່​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ວັນ​ທີ 5/8 ຢູ່​ເກີ​ນເທີ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງີນ ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ ກ້າຍ​ຣັງ ແລະ ເມືອງ​ຟອງ​ດຽນ ເພື່ອ​ລາຍ​ງານ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ເລີກ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14 ແລະ ຮັບ​ຮູ້​ບັນ​ດາ​ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງີນ ໃຫ້​ຮູ້​ວ່າ ສະ​ພາ​ແຫ່ງ​ຊາ​ດ​ພວມ​ພິ​ຈາ​ລະ​ນາ​ຕິດ​ຕາມກວດ​ກາ​ບັນ​ດາ​ດ່ານ​ເກັບ​ຄ່າ​ບໍ​ລິ​ການ, ໃນ​ນັ້ນ​ມີ​ດ່ານ​ເກັບ​ຄ່າ​ບໍ​ລິ​ການ​ຕາມ​ສັນ​ຍາ BOT, ພ້ອມ​ກັນ​ນັ້ນ, ບັນ​ຫາ​ຮັບ​ປະ​ກັນ​ຄວາມ​ປອດ​ໄພຫຼັກ​ອະ​ນາ​ໄມ​ດ້ານ​ສະ​ບຽງ​ອາ​ຫານ ກໍ​ຖືກ​ນຳ​ເຂົ້າ​ໂຄງ​ການ​ຕິດ​ຕາມກວດ​ກາ​ສູງ​ສຸດ.

    ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ້ອງ ກໍ​ໄດ້​ລົງ​ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ນະ​ຄອນ​ເຊີນ​ລາ. ທ່ານ​ດິງ​ເທ​ຮີງ ຜູ້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ກໍ​ໄດ້​ລົງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ ຮ່​ວາ​ວາງ ນະ​ຄອນ​ດານັ້ງ.
ຂ່າວ/ບົດ​ອື່ນ