ບັນດາການນຳໃນໂລກອ່ານສານປີ2016

ບັນດາການນຳໃນໂລກອ່ານສານປີ2016 - ảnh 1
(ພາບປະກອບ)

(vovworld) - ​ໃນ​ບົດ​ປາ​ໄສ​ໃນ​ໂອກາດ​ບຸນປີ​ໃໝ່ 2016, ວັນ​ທີ 1/1, ທ່ານ​ນາງນາຍົກລັດຖະມົນຕີ​ ເຢັຍລະ​ມັນ  Angela Merkel ຮຽກຮ້ອງ​ຊາວ​ ເຢັຍລະ​ມັນ​ພ້ອມ​ກັນ​ສາມັກຄີ​ຕ້ານສະພາບ​ພະຍາບາດຕໍ່ຊາວ​ຕ່າງປະ​ເທດ. ທ່ານ​ນາງ Angela ປາຖະໜາ​ວ່າ​ຊາວ​ ເຢັຍລະ​ມັນ​ຈະ​ຖື​ການ​ມີໜ້າ​ຂອງ​ຊາວ​ອົບ​ພະຍົບຢູ່​ປະ​ເທດ​ນີ້​ແມ່ນ “ກາລະ​ໂອກາດ​ໃຫ້​ພາຍ​ພາກ​ໜ້າ“ ​ແລະ ຢືນຢັນ​ວ່າ ​ເຢັຍລະ​ມັນ​ຈະ​ສາມາດແກ້​ໄຂ​ວິ​ກິດ​ການ​ໃນ​ປະຈຸ​ບັນ​ໄດ້.

​ໃນ​ສານ​ປີ​ໃໝ່​ຂອງ​ຕົນ. ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ແກ້​ໄຂ​ບັນດາ​ບັນຫາ​ສັບສົນ​ໃນ​ການ​ພົວພັນ​ລະຫວ່າງ ອັງກິດ  ກັບ​ສະຫະພາບ​ເອີ​ລົບ ດ້ວຍ​ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ການ​ພົວພັນລະຫວ່າງ ອັງກິດ  ກັບ​ສະຫະພາບ​ເອີ​ລົບ, ​ເຊິ່ງອາດ​ຈະ​ຈັດ​ຕັ້ງ​ໃນ​ປີ 2016.

​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ​ໃນ​ຕົ້ນ​ປີ 2016, ປະທານາທິບໍດີ​ ອາ​ເມ​ລິ​ກາ Barack Obama ​ໃຫ້​ຮູ້​ວ່າ, ລັດຖະບານ​ປະ​ເທດ​ນີ້ ຈະ​ປະກາດ​ໃຊ້​ບັນດາ​ຂໍ້​ກຳນົດ​ໃໝ່​ກ່ຽວ​ກັບ​ການ​ຄວບ​ຄຸມ​ປືນ,​ ລູກປືນ​ໃນ​ສັບປະດາ​ໜ້າ​ນີ້. ນີ້​ແມ່ນ​ການ​ກະທຳ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ ​ເພື່ອ​ຮັບ​ມື​ກັບ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ກຳລັງ​ອາວຸດ​ໃນ​ປະ​ເທດ​ນີ້.

ສ່ວນ​ສານ​ປີ​ໃໝ່​ຂອງ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ກໍ່​ຢືນຢັນ​ວ່າ, ປີ 2016 ຈະ​ແມ່ນ​ປີ​ທີ່ ຍີ່ປຸ່ນ “ສ່ອງ​ແສງ​ສະຫວ່າງ​ໃນ​ເວທີ​ສາກົນ ​ແລະ ສະ​ແດງ​ບົດບາດ​ເປັນ​ຜູ້ນຳ​ຂອງ​ຕົນ“. ທ່ານ Abe ກໍ່​ສະ​ແດງ​ຄວາມ​ຕັດສິນ​ໃຈ​ຂອງ​ປະ​ເທດ​ນີ້​ວ່າ, ຈະ​ປະຕິບັດ​ບົດບາດ​ເປັນ​ຜູ້ນຳ​ໃນ​ປີ 2016 “ທີ່​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍ“, ​​ໃນ​ຖະນະ​ເປັນ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ (ຈີ7) ​ໃນ​ເດືອນ 5, ກອງ​ປະຊຸມ​ສຸດ​ຍອດສາມ​ຝ່າຍ​ກັບ​ຈີນ ​ແລະ ສ​ເກົາຫຼີ, ​ແລະ ​ເປັນ​ສະມາຊິກ​ບໍ່​ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ.

​ໃນ​ສານ​ອວຍພອນ​ປີ​ໃໝ່, ປະທານາທິບໍດີ ນີ​ເຊຣີ Muhammadu Buhari ກໍ່​ຮັບປະກັນ​ຕໍ່​ປະຊາຊົນ​ປະ​ເທດ​ຕົນ​ວ່າ, ລັດຖະບານ​ປະ​ເທດ​ນີ້​ຕັດສິນ​ໃຈ​ຈະນຳ​ມາ​ເຊິ່ງສິ່ງ​ຈົບ​ງາມ​ທີ່​ສຸດ​ໃຫ້​ປະຊາຊົນ​ໃນ​ໄລຍະ​ໄວ​ທີ່​ສຸດ. ຕາມ​ທ່ານ​ແລ້ວ, ການ​ປະຕິບັດ​ບັນດາ​ຂໍ້​ສະ​ເໜີ​ແຜນ​ງົບປະມານ​ປີ 2016 ຢ່າງ​ມີ​ປະສິດທິ​ຜົນ ຈະ​ປະກອບສ່ວນ​ແກ້​ໄຂ​ຫຼາຍ​ບັນຫາ​ເສດຖະກິດ - ສັງຄົມ ​ເຊິ່ງຊາວ ນີ​ເຊຣີ ພວມ​ສົນ​ໃຈໄດ້.

 

ຂ່າວ/ບົດ​ອື່ນ