ບັນດາການພົບປະ 2 ຝ່າຍສຳຄັນຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ປະເທດຈີນ-ຍີ່ປຸ່ນ-ສ.ເກົາຫຼີ ຄັ້ງທີ 9

(VOVWORLD) -ວັນທີ 20 ສິງຫາ, ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ ໄດ້ມີການພົບປະເຈລະຈາ 2 ຝ່າຍກັບຄູ່ຕຳແໜ່ງຍີ່ປຸ່ນ ແລະ ສ.ເກົາຫຼີ.
ບັນດາການພົບປະ 2 ຝ່າຍສຳຄັນຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ປະເທດຈີນ-ຍີ່ປຸ່ນ-ສ.ເກົາຫຼີ ຄັ້ງທີ 9 - ảnh 1 (ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ ພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono)

ວັນທີ 21 ສິງຫາ, ຢູ່ນະຄອນຫຼວງປັກກິງ, ປະເທດຈີນ, ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ແລະ ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ 3 ປະເທດຈີນ - ຍີ່ປຸ່ນ - ສ.ເກົາຫຼີ ຄັ້ງທີ 9. ນີ້ແມ່ນກອງປະຊຸມສຳຄັນເພື່ອແນໃສ່ປຶກສາຫາລືວຽກງານກະກຽມໃຫ້ກອງປະຊຸມສຸດຍອດຈີນ - ຍີ່ປຸ່ນ - ສ.ເກົາຫຼີ ອາດຈະຈັດຂຶ້ນໃນເດືອນທັນວາ 2019.

        ກ່ອນໜ້ານັ້ນ, ວັນທີ 20 ສິງຫາ, ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ ໄດ້ມີການພົບປະເຈລະຈາ 2 ຝ່າຍກັບຄູ່ຕຳແໜ່ງຍີ່ປຸ່ນ ແລະ ສ.ເກົາຫຼີ.

        ທີ່ການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono, ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ ເນັ້ນໜັກວ່າ, ຈີນ - ຍີ່ປຸ່ນ ຄວນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ຄັດຄ້ານລັດທິພຽງລຳພັງຝ່າຍດຽວ ແລະ ລັດທິອາລັກຂາການຄ້າພາຍໃຕ້ທຸກຮູບການ. 2 ຝ່າຍກໍ່ແລກປ່ຽນບັນດາບັນຫາສະດຸ້ງໄວໃນການພົວພັນລະຫວ່າງ 2 ປະເທດ, ຢືນຢັນຄວນເພີ່ມທະວີການຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ…

        ທີ່ການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha, ທ່ານ ວາງອີ ຫວັງວ່າ, ສ.ເກົາຫຼີ ຈະຕັ້ງໜ້າເຂົ້າຮ່ວມ ແລະ ພ້ອມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ພ້ອມກັນຂຸດຄົ້ນຕະຫຼາດທີ 3, ຊຸກຍູ້ການເຈລະຈາສັນຍາການຄ້າເສລີ FTA ໄລຍະທີ 2…. ທ່ານ ວາງອີ ກໍ່ປາດຖະໜາວ່າ ຍີ່ປຸ່ນ ແລະ ສ.ເກົາຫຼີ ຈະແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງ 2 ຝ່າຍຜ່ານການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ