ບັນດາການເຄື່ອນໄຫວ ຕ້ອນຮັບລະດູບານໃໝ່ 2014 ຢ່າງຟົດຟື້ນ

ບັນດາການເຄື່ອນໄຫວ ຕ້ອນຮັບລະດູບານໃໝ່ 2014 ຢ່າງຟົດຟື້ນ - ảnh 1
ລາຍການ​ ຈຸດ​ນັດ​ພົບ​ຊາວ​ໜຸ່ມ - ຕ້ອນຮັບ​ລະດູບານ​ໃໝ່ 2014
(ພາບ: baomoi.com)


(vovworld) - ຕອນ​ຄໍ່າວັນ​ທີ 29/12, ຢູ່​ຮ່າ​​ໂນ້ຍ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ນະຄອນ​ຮ່າ​ໂນ້ຍ, ສະມາຄົມ​ນັກ​ສຶກສາ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ລາຍການ​ ຈຸດ​ນັດ​ພົບ​ຊາວ​ໜຸ່ມ - ຕ້ອນຮັບ​ລະດູບານ​ໃໝ່ 2014. ລາຍການ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫ່ຍຜູ​້​ແທນ​ທົ​່ວປະ​ເທດສະມາຄົມ​ນັກ​ສຶກສາ​ຫວຽດນາມ ຊຸດ​ທີ 9, ອາຍຸ​ການ 2013 – 2018. ທີ່​ລາຍການ, ຄະນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ເຊີດ​ຊູ, ມອບ​ລາງ​ວັນ​ໃຫ້​ໄວ​ໜຸ່ມ​ຈຳນວນ 10 ຄົນທີ່​ດີ​ເດັ່ນ​ຂອງນະຄອນຫຼວງ​ປີ 2013. ລາຍການ​ຈຫ້ຍັງ​ມີ​ງານ​ບຸນ​ຖະໜົນ ​ໂດຍສຸມ​ໃນ​ບັນດາ​ຂົງ​ເຂດເຊິ່ງນັກ​ສຶກສາ​ເຂົ້າ​ຮ່ວມ​ຄື: ຮໍ່າຮຽນ, ຄົ້ນຄວ້າ​ວິທະຍາສາດ; ກໍ່ສ້າງ​ຊົນນະບົດ​ໃໝ່; ສ້າງ​ວັດທະນະທຳ​ທີ່​ກ້າວໜ້າ​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ... ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ເລກ໋ວດຟອງ, ປະທານ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ​ເນັ້ນ​ໜັກ​ວ່າ.

        “​ໃນ 5 ປີ​ຈະ​ມາ​ເຖິງ, ນັກ​ສຶກສາ​ທົ່ວ​ປະ​ເທດ ຈະ​ຮຽງ​ບ່າ​ຮຽງ​ໄຫຼ່​ປະຕິບັດ​ຂະ​ບວນການ​ນັກ​ສຶກສາ 5 ດີ, ຂະ​ນວນ​ການຈະ​ຊຸກ​ຍູ້​ການ​ພັດທະນາ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ລັກສະນະ​ກຳນົດ​ທິດ, ສ້າງ​ສະພາບ​ແວດ​ລ້ອມ​ເພື່ອ​​ໃຫ້​ນັກ​ສຶກສາ​ຝຶກ​ຝົນ​ຫຼໍ່​ຫຼອມ​ດ້ານ​ຄຸນສົມບັດ​ໃນການ​ຮໍ່າຮຽນ​ ​ແລະ ຮ່າງກາຍ, ສຸຂະພາບ... ບັນດາ​ຂະ​ບວນການ​ທັງມຸ່ງ​ໄປ​ເຖິງ​ບັນດາ​ປັດ​ໃຈຝຶກ​ຝົນ​ຫຼໍ່​ຫຼອມດ້ວຍ​ຕົນ​ເອງ​ຂອງ​ນັກ​ສຶກສາ, ທັງ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ຂອງ​ໝູ່ນັກ​ສຶກສາ​, ຜ່ານ​ນັ້ນ​ສ້າງ​​ເປັນ​ຮູບ​ແບບ​ນັກ​ສຶກສາ​ໃນ​ໄລຍະ​​ໃໝ່, ປະກອບ​ສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຝຶກ​ຝົນ​ຫຼໍ່​ຫຼອມການ​ຮໍ່າຮຽນ, ຍູ້​ການ​​ເສື່ອ​ມທາດ​ຂາດ​ຄຸນໃນ​ໝູ່​ນັກ​ສຶກສາ​ໃຫ້​ຖອຍ​ໄປ”.

        ​ແລະ​ກໍ່​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັບ, ​ແຂວງ ຕວຽນ​ກວາງ ​ໄດ້​ໄຂ​ງານ​ຕະຫຼາດ​ລະດູບານ​ໃໝ່​ປີມະ​​ເມຍ ​ແລະ ງານ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ອຸດສາຫະກຳ - ກະສິກຳ ຕວຽນ​ກວາງ. ສ່ວນ​ນະຄອນ​​ໂຮ່ຈິ​ມິນ ​ໄດ້​ຈັດການ​​ແຂ່ງ​ຂັນລົດ​ຖີບ​ຕ້ອນຮັບ​ປີ​ໃໝ່.

ຂ່າວ/ບົດ​ອື່ນ