ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນ ນັກທຸລະກິດ ຫວຽດນາມ 13 ຕຸລາ

(VOVWORLD) -ຕອນຄ່ຳວັນທີ 13 ຕຸລາ, ສະຫະສະມາຄົມ ວິສາຫະກິດ ນະຄອນ ໂຮ່ຈີມິນ  ໄດ້ຈັດລາຍການສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ ຄົບຮອບ 14 ປີ ( 13 ຕຸລາ 2004 – 13 ຕຸລາ 2018) ແລະ ເຊີດຊູນັກທຸລະກິດ ແລະ ວິສາຫະກິດດີເດັ່ນ ນະຄອນ ໂຮ່ຈິມິນ ປີ 2018.

ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນ ນັກທຸລະກິດ ຫວຽດນາມ 13 ຕຸລາ - ảnh 1ທ່ານ ຫງວຽນທ້ຽນເຍິນ  ມອບໃບຢັ້ງຢືນໃຫ້ແກ່ວິສາຫະກິດ ແລະ ນັກທຸລະກິດດີເດັ່ນ ປີ 2018

ກ່າວຄຳເຫັນທີ່ພິທີ, ທ່ານເລຂາຄະນະພັກ ນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍິນ ຮັບຮູ້ ແລະ ຍ້ອງຍໍຊົມເຊີຍການປະກອບສ່ວນເປັນໜ້າເອກອ້າງທະນົງໃຈ ຂອງຖັນແຖວນັກທຸລະກິດ, ວິສາຫະກິດ ນະຄອນ ໃນຊຸມປີຜ່ານມາ. ພ້ອມນັ້ນກໍ່ຢັ້ງຢືນວ່າ ເສດຖະກິດ ເອກະຊົນແມ່ນໜຶ່ງໃນກຳລັງໜູນອັນສຳຄັນ ຂອງພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມ.

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນ ນັກທຸລະກິດ ຫວຽດນາມ, ວັນທີ 13 ຕຸລາ, ຄະນະກຳມະການປະຊາຊົນ ແຂວງ ກວ໋າງນິງ ກໍ່ໄດ້ຈັດການພົບປະສ້າງສັນ ກັບບັນດາວິສາຫະກິດ, ນັກທຸລະກິດ ດີເດັ່ນພາຍໃນແຂວງ. ທີ່ການພົບປະ, ທ່ານ ດັ້ງຢຸຍກວນ ຜູ້ອຳນວຍການບໍລິສັດ ຈິ໊ລຶກ ຈຳກັດ, ປະທານສະຫະສະມາຄົມ ວິສາຫະກິດ ນະຄອນ ໝ໊ອງກ໊າຍ ຖືວ່າ:

“ບັນດາລຸ້ນ ນັກທຸລະກິດພວກຂ້າພະເຈົ້າໄດ້ເຮັດວຽກ, ອຸທິດສ່ວນເຂົ້າໃນສັງຄົມສີວິໄລ ແລະ ເຊື່ອມໂຍງ. ສຳລັບວິສາຫະກິດ ໝ໊ອງກ໊າຍແລ້ວ, ບັນດາວຽກງານກ່ຽວກັບ ການຮັບປະກັນຊີວິດສັງຄົມ, ຊ່ວຍຜູ້ປະສົບຄວາມຫຍຸ້ງຍາກ ແລະ ພິເສດແມ່ນສ້າງສະພາບແວດລ້ອມໃຫ້ແກ່ຊາວອອກແຮງງານ ໄດ້ມີວຽກເຮັດງານທຳ ແລະ ມີລາຍຮັບທີ່ໝັ້ນຄົງ”.

ຕອບກັບ

ຂ່າວ/ບົດ​ອື່ນ