ບັນດາການເຄື່ອນໄຫວຄຶກຄື້ນມ່ວນຊື່ນໃນວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ

(VOVWORLD) -ຕອນເຊົ້າວັນທີ 17 ພະຈິກ, ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ບ້ານ ຊ໊ອກຈາ B, ຕາແສງ ແທງເຊີນ, ແຂວງ ຈາວິງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ໂດຍຜ່ານການຕໍ່ສູ້ 2 ຄັ້ງ, ບ້ານ ຊ໊ອກຈາ B ແມ່ນສະຖານທີ່ປະຕິວັດທີ່ລືຊື່, ຕັ້ງໜ້າເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ. 
ບັນດາການເຄື່ອນໄຫວຄຶກຄື້ນມ່ວນຊື່ນໃນວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1ທ່ານນາງ ຫງວຽນທິກິມເງິນ  ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ບ້ານ ຊ໊ອກຈາ B (ພາບ:TTXVN )

ໃນສະໄໝສັນຕິພາບ, ພໍ່ແມ່ປະຊາຊົນ ຊ໊ອກຈາ B ສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ, ສາມັກຄີກັນຜ່ານຜ່າຄວາມຫຍຸ້ງຍາກ, ປະກອບກຳລັງເຫື່ອແຮງ, ຊັບສິນ ພ້ອມກັນສ້າງສາ ແລະ ພັດທະນາບ້ານເກີດເມືອງນອນໃຫ້ນັບມື້ນັບສວຍສົດງົດງາມກ່ວາອີກ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:

        “ຕາງໜ້າການນຳພັກ, ລັດ, ຂ້າພະເຈົ້າຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງຄະນະການນຳ, ອຳນາດການປົກຄອງ ແລະ ປະຊາຊົນບ້ານ ຊ໊ອກຈາ. ພ້ອມກັນນັ້ນ, ຂ້າພະເຈົ້າກໍ່ຕີລາຄາສູງຕໍ່ຄວາມເອົາໃຈໃສ່, ການຊີ້ນຳນຳພາຂອງຄະນະພັກທຸກຂັ້ນ, ອຳນາດການປົກຄອງຕາແສງ, ແນວໂຮມປະເທດຊາດແຂວງ ຈາວິງ ຢ່າງໃກ້ຊິດຕິດແທດ ທັງເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ.

        ແລະກໍ່ໃນຕອນເຊົ້າວັນທີ 27 ພະຈິກ, ທີ່ນະຄອນ ໂຮ່ຈີມິນ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ເຂດຊຸມຊົນໜ່ວຍທີ 6, ຕາແສງ ແທງຊວນ, ເມືອງ 12, ນະຄອນ ໂຮ່ຈີມິນ ເຊັ່ນດຽວກັນ.

ບັນດາການເຄື່ອນໄຫວຄຶກຄື້ນມ່ວນຊື່ນໃນວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 2 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄິທົ່ວປວງຊົນທັງຊາດ

ແລະເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18/11/1930 – 18/11/2019), ຕອນເຊົ້າວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄິທົ່ວປວງຊົນທັງຊາດຢູ່ບໍລິເວນທີ່ພັກພາອາໄສ, ຕາແສງ ດ້ຽນບຽນ, ເມືອງ ບາດີ່ງ, ຮ່າໂນ້ຍ. ເນື່ອງໃນໂອກາດນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ, ການນຳບັນດາກະຊວງ, ຂະແໜງການ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ມອບຂອງຂວັນໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ