ບັນ​ດາ​ການ​ເຄື່ອນ​ໄຫວ​ຊື້​ຂາຍ​ເນື່ອງ​ໃນ​ໂອ​ກາດ Black Friday ຢ່າງ​ຟົດ​ຟື້ນ

(VOVWORLD) -ເນື່ອງໃນໂອກາດ Black Friday ປີນີ້, ວິສາຫະກິດ, ສູນການຄ້າ, ຫ້າງຮ້ານແຫ່ງຕ່າງໆຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ມີຫຼາຍລາຍການໂປຼໂມຊັນທີ່ຈັບອົກຈັບໃຈ ເພື່ອກະຕຸ້ນຄວາມຕ້ອງການໃນການຊື້, ດ້ວຍລະດັບ ໂປຼໂມຊັນ ແຕ່ 10% – 90%.      
ບັນ​ດາ​ການ​ເຄື່ອນ​ໄຫວ​ຊື້​ຂາຍ​ເນື່ອງ​ໃນ​ໂອ​ກາດ Black Friday ຢ່າງ​ຟົດ​ຟື້ນ - ảnh 1ບັນຍາການຂອງຮ້ານຂາຍເຄື່ອງຢູ່ Vincom ເຈິ່ນຢຸຍຮຶງ ຮ່າໂນ້ຍ (ພາບ:kinhtedothi.vn) 

ໃນຊຸມວັນຜ່ານມາ ແລະ ພິເສດແມ່ນໃນວັນທີ 27 ພະຈິກ, ປະຊາຊົນຫຼາຍຄົນໄດ້ຫຼັ່ງໄຫຼກັນມາຊື້ເຄື່ອງຂອງຕາມຮ້ານຄ້າ, ສູນການຄ້າຂອງນະຄອນ. ຢູ່ຖະໜົນຂາຍເຄື່ອງແຟຊັ່ນ, ສູນການຄ້າຂອງນະຄອນແຫ່ງຕ່າງໆຂອງນະຄອນ ໂຮ່ຈິມິນ ລ້ວນແຕ່ຫຼຸດລາຄາລົງແຕ່ 20 ຫາ 70%. ສ່ວນຢູ່ຮ່າໂນ້ຍ, ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ໄດ້ປຸກລະດົມລາຍການ ຮ່າໂນ້ຍ - ຄືນທີ່ບໍ່ນອນ (Hanoi Midnight sale) ເພື່ອແນໃສ່ກະຕຸ້ນຄວາມຕ້ອງການໃຊ້ຈ່າຍຍາມທ້າຍປີ, ດຶງດູດວິສາຫະກິດ, ຍີ່ຫໍ້ໃຫຍ່ພາຍໃນປະເທດເຂົ້າຮ່ວມເປັນຈຳນວນຫຼາຍ.

        ຕາມຄະນະຈັດຕັ້ງແລ້ວ, ເຫດການດັ່ງກ່າວ ໄດ້ປະກອບສ່ວນເຮັດໃຫ້ລາຄາຂອງສິນຄ້າເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດໃນຂົງເຂດການຄ້າ, ການບໍລິການ ແລະ ທ່ອງທ່ຽວ ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19./.                                                                                                                                

ຕອບກັບ

ຂ່າວ/ບົດ​ອື່ນ