ບັນດາການເຄື່ອນໄຫວຕອບສະໜອງວັນໜ່ວຍໂລກ 2013

ບັນດາການເຄື່ອນໄຫວຕອບສະໜອງວັນໜ່ວຍໂລກ 2013 - ảnh 1
(ພາບປະກອບ)
(vovworld) –  ຕອນ​ເຊົ້າ​ວັນ​ທີ 21/04, ຢູ່ຮ່າ​ໂນ້ຍ, ສູນ​ຄົ້ນຄວ້າ​ສິ່ງ​ແວດ​ລ້ອມ ​ແລະ ​ເຂດ​ສຸ​ມສົນ (CECR), ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ, ສະຖານທູດ​ອາ​ເມ​ລິ​ກາ​ ປະຈຳ​ຫວຽດນາມ ​ໄດ້​ຈັດ​ເຫດການ​ຕອບສະໜອງ​ວັນ​ໜ່ວຍໂລກ​ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ຢຸດ​ການ​ເຄື່ອນ​ໄຫ​ວ​ກໍ່ມົນລະພິດແຫຼ່ງນ້ຳໂດຍທັນທີ”. ມີຜູ້ເຂົ້າຮ່ວມເຫດການນີ້ນັບຮ້ອຍຄົນ ຜ່ານບັນດາການເຄື່ອນໄຫວຄື ​ແລ່​ນອ້ອມ​ໜອງ​ ​ໃບ​ເມົ້າ, ​ເຮັດອະນາ​ໄມ​ສິ່ງ​ເວດ​ລ້ອມ, ​ແຈກ​ຢ່າ​ຍ​ໃບປິວ​ໂຄສະ​ນາ​ການ​ຮັກສາ​ສິ່ງ​ແວດ​ລ້ອມ....

        ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອກາດ​ວັນ​ໜ່ວຍໂລກ, ທ່ານ ຮ່ວາງ​ເຢືອງຕຸ່ງ, ຮອງ​ຫົວໜ້າ​ກົມ​ໃຫຍ່ ກົມ​ສິ່ງ​ແວດ​ລ້ອມ ​ເນັ້ນ​ໜັກ​ວ່າ ຈຸດ​ພົ້ນ​ເດັ່ນ​ຂອງ​ການຕອບ​ສະໜອງ​ວັນ​ໜ່ວຍໂລກ ​ແມ່ນ​ຈິດ​ໃຈ​ອາສາ​ສະໝັກ, ​ເສີມ​ຂະຫຍາຍ​ຂໍ້​ລິ​ເລີ່​ມ ​ແລະ ​ການເຂົ້າຮ່ວມ​ຢ່າງ​ຫຼວງ​ຫຼາຍ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ​ຂອງທ້ອງ​ຖິ່ນ. ຜ່ານ​ບັນດາ​ການ​ເຄື​່ອນ​ໄຫວ​ໃນ​ມື​້ນີ້, ຄະນະ​ຈັດ​ຕັ້ງ​ປາດ​ຖະໜາ​ວ່າ ​ແຕ່ລະຄົນສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ວັນໜ່ວຍ​ໂລກ​ກວ່າ, ​ນັ້ນ​ແມ່ນ​​ເລີ່​ມປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຈາ​ກບ່ອນ​ອາ​ໄສ​ຂອງ​ຕົນ.
ຂ່າວ/ບົດ​ອື່ນ