ບັນດາການເຄື່ອນໄຫວທີ່ຟົດຟື້ນສະເຫຼີມສະຫຼອງ 130 ປີແຫ່ງວັນກຳມະກອນສາກົນ 1/5

    ບັນດາການເຄື່ອນໄຫວທີ່ຟົດຟື້ນສະເຫຼີມສະຫຼອງ 130 ປີແຫ່ງວັນກຳມະກອນສາກົນ 1/5 - ảnh 1
ລາຍ​ການ “ ​ຟັງ​ກຳ​ມະ​ກອນ​ຂັບ​ຮ້ອງ ແລະ ຂັບ​ຮ້ອງ​ໃຫ້​ກຳ​ມະ​ກອນ​ຟັງ”
                             (baomoi.com)


(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 130 ປີ​ແຫ່ງ​ວັນ​ກຳ​ມະ​ກອນ​ສາ​ກົນ 1/5. ຕອນ​ເຊົ້າ​ວັນ​ທີ 1/5, ຢູ່​ຫໍ​ວັດ​ທະ​ນະ​ທຳ​ມິດ​ຕະ​ພາບ​ຫວຽດ​ໂຊ​ທີ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ​ໄດ້​ສົມ​ທົບກັບ​ສະ​ຫະ​ພັ​ນ​ແຮງ​ງານ​ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ ຮັບ​ຟັງ​ກຳ​ມະ​ກອນ​ຂັບ​ຮ້ອງ ແລະ ຂັບ​ຮ້ອງ​ໃຫ້​ກຳ​ມະ​ກອນ​ຟັງ”, ວັນ​ບຸນ​ອາ​ຫານ​ການ​ກິນ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ. ນາງ​ຫງວຽນ​ທິ​ເຟືອງ​ຖາວ ກຳ​ມະ​ກອນ​ສັງ​ກັດ​ບໍ​ລິ​ສັດ ເຕ້ວດົງ ເມືອງ​ເຊີນ​ໄຕ ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ມັກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້​ທີ່​ສຸດ ເພາະ​ບໍ່​ພຽງ​ແຕ່​ເພີ່ມ​ຄວາມ​ຮູ້​ດ້ານ​ອາ​ຫານ​ການ​ກິ​ນ, ສຸ​ຂະ​ພາບ… ເທົ່າ​ນັ້ນ, ຫາກ​ຍັງ​ເພີ່ມ​ຄວາມ​ຮູ້​ກ່ຽວ​ກັບ​ຂົງ​ເຂດ​ອື່ນໆ​ອີກ​ດ້ວຍ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ເຄື່ອນ​ໄຫວນີ້ ຄວນ​ຖືກ​ດຳ​ເນີນ​ໃນ​ທຸກໆ​ປີ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ”

    ແລະ ກໍ​ຢູ່​ຫໍ​ວັດ​ທະ​ນະ​ທຳ​ມິດ​ຕະ​ພາບ​ຫວຽດ​ໂຊ​ທີ່​ຮ່າ​ໂນ້ຍ ກໍ​ພວມ​ຈັດ​ງານ​ວາງ​ສະ​ແດງ “ພູມ​ປັນ​ຍາ​ແຮງ​ງານ​ຫວຽດ​ນາມ ” ແລະ ຕະຫຼາດ​ນັດ​ວັນ​ບຸນ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຫງວຽນ​ວັນ​ງ່າງ ຮອງປະ​ທານ ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

  “ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມປາດ​ຖະ​ໜາ​ວ່າ : ໂດຍ​ຜ່ານ​ການ​ເຄື່ອນ​ໄຫວນີ້ ຈະ​ສ້າງ​ບັນ​ຍາ​ກາດ​ໃຫ້​ແກ່​ວັນ​ບຸນ ​ຊາວ​ຜູ້​ອອກ​ແຮງ​ງານ​ທີ່​ຟົດ​ຟື້ນ​ໃນ​ໝູ່​ກຳ​ມະ​ກອນ ​ຊາວ​ຜູ້​ອອກ​ແຮງ​ງານ, ທັງ​ນີ້​ກໍ​ເປັນ​ການ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ແກ່​ເຂົາ​ເຈົ້າ​ເສີມ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການອອກ​ແຮງ​ງານ, ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຜູ້​ບໍ​ລິ​ໂພກ ອຸ​ປະ​ໂພກ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ : ຊາວ​ຫວຽດ​ນາມ​ໃຫ້​ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້​າ​ຫວຽດ​ນາມ ”

      ແລະ ກໍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 130 ປີ​ແຫ່ງ​ວັນ​ກຳ​ມະ​ກອນ​ສາ​ກົນ 1/5, ຢູ່ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ​ກໍ​ໄດ້​ດຳ​ເນີນ​ບັນ​ດາ​ການ​ເຄື້ອນ​ໄຫວ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການ​ດັ່ງ​ກ່າວ.
ຂ່າວ/ບົດ​ອື່ນ