ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ

(VOVWORLD) - ເພື່ອປັບປຸງໜ້າທີ່ຖະແຫຼງຂ່າວ, ໂຄສະນາໃນສະພາບການໃໝ່, ບັນດາອົງການສື່ມວນຊົນກອງທັບຄວນສົມທົບກັນຢ່າງແໜ້ນແຟ້ນກັບສື່ມວນຊົນໃນທົ່ວປະເທດ
ບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ - ảnh 1 ການປະກວດສຽງເພງ “ຮ້ອງເພງກ່ຽວກັບບ້ານເກີດເມືອງນອນຄັ້ງທີ 4”

ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 – 21/6/2017), ຕອນເຊົ້າວັນທີ 15 ມິຖຸນາ, ທ່ານພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລົງຢ້ຽມຢາມ, ອວຍພອນໜັງສືພິມ ກວນໂດ້ຍເຍີນເຢີນ, ສູນກະຈາຍສຽງ - ໂທລະພາບ ກອງທັບປະຊາຊົນ ແລະ ວາລະສານການທະຫານທົ່ວປວງຊົນ. ພົນເອກ ໂງຊວນລິກ ເນັ້ນໜັກວ່າ: ເພື່ອປັບປຸງໜ້າທີ່ຖະແຫຼງຂ່າວ, ໂຄສະນາໃນສະພາບການໃໝ່, ບັນດາອົງການສື່ມວນຊົນກອງທັບຄວນສົມທົບກັນຢ່າງແໜ້ນແຟ້ນກັບສື່ມວນຊົນໃນທົ່ວປະເທດ, ຕັ້ງໜ້າໂຄສະນາໝາກຜົນແຫ່ງການປະຕິບັດມະຕິສູນກາງຄັ້ງທີ 4 (ຊຸດທີ 12) ກ່ຽວກັບການເພີ່ມທະວີກໍ່ສ້າງ, ປັບປຸງພັກ, ເປັນເຈົ້າການໃນການຕ່ໍ່ສູ້, ສະກັດກັ້ນການ “ຜັນແປເອງ”, “ຫັນປ່ຽນເອງ” ພາຍໃນພັກ, ຍູ້ແຮງການໂຄສະນາຄຳສັ່ງ 05 ຂອງກົມການເມືອງ (ຊຸດທີ 12) ກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ…

        ກໍ່ໃນວັນທີ 15 ມິຖຸນາ, ອົງການຜູ້ຕາງໜ້າວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບບັນດາອົງການສື່ມວນຊົນສູນກາງຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົວພັນແລກປ່ຽນສີລະປະດ້ວຍຫົວຂໍ້ “ຮ້ອງເພງກ່ຽວກັບບ້ານເກີດເມືອງນອນຄັ້ງທີ 4”.

        ແລະກໍ່ໃນວັນດຽວກັນ, ສະມາຄົມນັກຂ່າວນະຄອນ ດ່ານັ້ງ ສົມທົບກັບຄະນະໂຄສະນາສຶກສາຄະນະພັກນະຄອນ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ຈັດຍາບັນນັກຂ່າວໃນສະພາບການສື່ສານປະຈຸບັນ”.

        ເນື່ອງໃນໂອກາດນີ້, ສະມາຄົມນັກຂ່າວແຂວງ ກວາງຈີ້ ກໍ່ໄດ້ຈັດຕັ້ງງານວາງສະແດງຮູບແຕ້ມ ແລະ ຮູບຖ່າຍກ່ຽວກັບທະເລ, ໝູ່ເກາະຂອງຈິດຕະກອນ ໂຮ່ແທງທວານ, ສະມາຊິກສະມາຄົມນັກຂ່າວແຂວງກວາງຈີ້.

ຕອບກັບ

ຂ່າວ/ບົດ​ອື່ນ