ບັນດາການເຄື່ອນໄຫວຢ່າງຟົດຟື້ນເນື່ອງໃນໂອກາດວັນເດັກນ້ອຍສາກົນ 1/6

ບັນດາການເຄື່ອນໄຫວຢ່າງຟົດຟື້ນເນື່ອງໃນໂອກາດວັນເດັກນ້ອຍສາກົນ 1/6 - ảnh 1
( ພາບປະກອບ )

( vovworld ) -   ເນື່ອງ​ໃນ​​ໂອກາດ​ວັນ​ເດັກນ້ອຍ​ສາກົນ 1/6, ມີບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​​ສະຫງວນໃຫ້​ແກ່​ເດັກນ້ອຍ​ໃນ​ທົ່ວ​ປະ​ເທດ. ຢູ່​ສູນ​ອຸປະ​ກຳ​ລະຊີວິດ​ສັງຄົມ​ແຂວງ ຮ່ວາບິ່ງ, ພະ​ແນ​ກ​ແຮງ​ງານທະຫານ​ເສຍ​ອົງຄະ ​ແລະ ສັງ​ຄົມ​ໄດ້​ສົມທົບ​ກັບ​ຄະນະ​ຊ່າວ​ໜຸ່ມ​​ແຂວງ ຈັດ​ຕັ້ງ​ລາຍການ​ພົບ​ປະ “​ ເຊື່ອມ​ຕໍ່​ອອ້ມ​ແຂນ​ແຫ່ງ​ຄວາມ​ຮັກ​ແພງ ” ມີ​ເກືອບ 100 ​ເປົ້າ​ໝາຍ​ສັງຄົມ​ເຊິ່ງ​ແມ່ນ​ຜູ້​ເຖົ້າ​ຜູ້​ແກ່​ຢູ່​ໂດດ​ດຽວ, ຄົນ​ພິການ, ​ໂລກ​ຈິດ, ​ໃນ​ນັ້ນ​ມີ​ເດັກ​ກຳພ້າ 34 ຄົນທີ່​ພວມ​ໄດ້​ຮັບ​ການ​ລ້ຽງ​ດູ​ຢູ່​​ໃນ​ສູນ. ​ແຂວງ ບາກ​ລ້ຽວ ​ໄດ້​ຈັດ​​ເວທີ​ປາ​ໄສ​ປົກ​ປ້ອງເດັກນ້ອຍ​ດ້ວຍ​ຫົວ​ຂໍ້​ວ່າ “ ​ເພື່ອ​ສັງຄົມ​ບໍ່​ມີການ​ໃຊ້​ຄວາມ​ຮຸນ​ແຮງ, ບໍ່​ທາລຸນເດັກ ”. ບັນດາ​ເດັກ​ນ້ອຍ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ນີ້ ຈະ​ໄດ້​ຮັບ​ການ​ບຳລຸງໃຫ້​ກາຍ​ເປັນ​ບັນດາ​ນັກໂຄສະ​ນາ​ແກ່ນສານເພື່ອ​​​ເຂົ້າ​ຮ່ວມ​ການເຜີຍ​ແຜ່ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເດັກນ້ອຍ. ​ແຂວງ ອານ​ຢາງ ​ໄດ້​ຈັດການລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ 1000 ພູດ ​ໃຫ້​ແກ່​ນັກຮຽນ ​ແລະ ​ເຍົາວະ​ຊົນ​ທີ່​ທຸກ​ຍາກ​​ໃນ​ທົ່ວ​ບໍລິ​ເວນ​ແຂວງ. ​ເນື່ອງ​ໃນ​ໂອກາດ​ນີ້, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ​ແຂວງ ກວາງ​ນາມ ​ໄດ້​ສົມທົບ​ກັບ​ບັນດາ​ຄະນະ, ຂະ​ແໜງ​ການ​ມອບນົມ 4.056 ປ່ອງ, ທີ່​ມີ​ມູນ​ຄ່າ 1 ຕື້​ດົງ, ​ໂດຍ​ບໍລິສັດ​ນ້ຳນົມ Maeil ສ.​ເກົ​າຫຼີ ອຸປະຖຳ​ໃຫ້​ແກ່​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ບໍລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ