ບັນດາການເຄື່ອນໄຫວສັງຄົມໜູນຊ່ວຍເດັກເປັນພະຍາດຮ້າຍແຮງ,ນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ຕອນຄ່ຳວັນທີ 22 ກັນຍາ, ຢູ່ນະຄອນ ບວນມາທວດ, ແຂວງດັກລັກ, ໜັງສືພິມຕ໋ວຍແຈ໋ (ໜັງສືພິມໄວໜຸ່ມ) ໄດ້ສົມທົບກັບຄະນະຊາວໜຸ່ມແຂວງບັນດາແຂວງກອນຕຸມ, ຢາລາຍ, ດັກລັກ, ດັກນົງ, ເລິມດົ່ງ ຈັດພິທີມອບທຶນສຶກສາ “ຕໍ່ກຳລັງແຮງໄປໂຮງຮຽນ” ໃຫ້ນັກສຶກສາໃໝ່ເກືອບ 130 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກແຕ່ຮຽນເກັ່ງຢູ່ເຂດ ໄຕງວຽນ.

ບັນດາການເຄື່ອນໄຫວສັງຄົມໜູນຊ່ວຍເດັກເປັນພະຍາດຮ້າຍແຮງ,ນັກຮຽນປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນຕ່າງໆ - ảnh 1 ການກວດພະຍາດຫົວໃຈໂດຍບໍ່ເສຍຄ່າ

(ພາບ: TTXVN)

ແລະກໍ່ໃນວັນທີ 22 ກັນຍາ, ຢູ່ສູນວັດທະນະທຳເມືອງ ແທງມ້ຽນ, ແຂວງຫາຍເຢືອງ, ຄະນະຊາວໜຸ່ມແຂວງ, ບໍລິສັດໂທລະຄົມມະນາຄົມ Viettel ຫາຍເຢືອງ ແລະ ໂຮງໝໍຫວຽດດຶກ ໄດ້ຈັດຕັ້ງການກວດພະຍາດຫົວໃຈໂດຍບໍ່ເສຍຄ່າ ໃຫ້ເດັກນ້ອຍໃນບໍລິເວນແຂວງ. ນີ້ແມ່ນຄັ້ງທີ 13 ທີ່ລາຍການ “ມອບຫົວໃຈໃຫ້ແກ່ນ້ອງ” ໄດ້ຮັບການປະຕິບັດຢູ່ແຂວງຫາຍເຢືອງ. ບັນດາກໍລະນີເປັນພະຍາດຫົວໃຈມາແຕ່ເກີດ, ລິສັດໂທລະຄົມມະນາຄົມ Viettel ຫາຍເຢືອງ ຈະແນະນຳເອກະສານເພື່ອໃຫ້ບັນດາພວກເດັກໄດ້ຮັບເງິນຜ່າຕັດໂດຍບໍ່ເສຍຄ່າຈາກລາຍການ.

ຕອບກັບ

ຂ່າວ/ບົດ​ອື່ນ