ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້


ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້  - ảnh 1
ລາຍການສະແດງສິລະປະພິເສດເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້

(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ, ຕອນຄ່ຳວັນທີ 30/4 ຢູ່ສວນສາທາລະນະ ອະນຸສາວະລີ ປະທານໂຮ່ຈິມິນ, ໄດ້ຈັດລາຍການສະແດງສິລະປະພິເສດ ຊຶ່ງ ໄດ້ວາດພາບເຖິງໄລຍະທາງແຫ່ງປະຫັວດສາດທີ່ສະຫງ່າລາສີຂອງຊາດຫວຽດນາມ.

    ໃນຕອນຄ່ຳຂອງວັນດຽວກັນ, ຢູ່ແຂວງກວາງຈິ ໄດ້ຈັດລາຍການພົບປະແລກປ່ຽນສະແດງສິລະປະທີ່ມີຫົວຂໍ້ “ ກວາງຈິ-ຄວາມຊົງຈຳດ້ວຍບັນດາລຳແມ່ນ້ຳ ”. ກ່າວຄຳເຫັນທີ່ລາຍການ, ນັກຂ່າວ ຖ້ວນຮີ້ວ ຫົວໜ້າບັນນາທິການໃຫຍ່ໜັງສືພິມ ເຍີນເຢີນ ສຽງຂອງສູນກາງພັກກອມມູນິດຫວຽດນາມ, ປະທານສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ :

    “ ໃນທ່າມກາງຄວາມເບີກບານມ່ວນຊື່ນຂອງວັນບຸນປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ, ສະເຫຼີມສະຫຼອງວັນມະຫາໄຊ, ພວກເຮົາໄດ້ມີໜ້າຢູ່ນີ້ເພື່ອທົບທວນຄືນອະດີດຕະການທີ່ສະຫງ່າອົງອາດຂອງຊາດ, ສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ, 45 ປີແຫ່ງວັນປົດປ່ອຍແຂວງ ກວາງຈິ. ນີ້ແມ່ນໂອກາດເພື່ອໃຫ້ພວກເຮົາສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ບັນດານັກຮົບເກົ່າ, ແມ່ຫວຽດນາມວິລະຊົນ ແລະ ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ”

ຕອບກັບ

ຂ່າວ/ບົດ​ອື່ນ