ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) -ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວສະແດງສິລະປະ, ລະຫຼິ້ນບັນເທິງເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1ການຍິງບັ້ງໄຟດອກຢູ່ນະຄອນໂຮ່ຈິມິນ 

 ເພື່ອເປັນການສະເຫຼີມສະຫຼອງ 44 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາປີ 1975 - 30 ເມສາປີ 2019) , ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວສະແດງສິລະປະ, ລະຫຼິ້ນບັນເທິງເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວ, ລາຍການສະແດງສິລະປະ ແລະ ການວາງສະແດງ “ ນະຄອນໂຮ່ຈິມິນ - 44 ປີແຫ່ງຄວາມຂະຫຍັນຂັນເຄື່ອນ ແລະ ເຊື່ອມໂຍງສາກົນ”, ງານວາງສະແດງຮູບຖ່າຍກ່ຽວກັບຫົວເລື່ອງ ໝູ່ເກາະ ທະເລ , ງານ Festival ດອກກ້ວຍໄມ້ , ການຍິງບັ້ງໄຟດອກ….

          ຕອນເຊົ້າວັນທີ 30 ເມສາ, ພິທີຊັກທຸງຊາດ “ ປະເທດຊາດໂຮມເຂົ້າກັນເປັນບຶກໜຶ່ງແຜ່ນດຽວ ” ໄດ້ຖືກຈັດຂຶ້ນຢູ່ແຂວງ ກວາງຈີ ຊຶ່ງມີການເຂົ້າຮ່ວມ ຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີງ ພ້ອມກັບການນຳອີກຫຼາຍທ່ານ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 29 ເມສາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ສອງຟາກຝັ່ງແມ່ນ້ຳ ຮ່ຽນເລື່ອງ- ເບັ້ນຫາຍ, ກໍໄດ້ຈັດລາຍການສິລະປະ “ ຄວາມຄາດຫວັງໃຫ້ ປະເທດຊາດໂຮມເຂົ້າກັນເປັນເອກະພາບ” ຂຶ້ນ. ກ່າວຄຳເຫັນນະທີ່ນີ້, ນັກຂ່າວ ຖ້ວນຮີ້ວ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຍິນເຢີນ , ປະທານສະມາຄົມນັກຂ່າວຫວຽດນາມ ຊີ້ແຈ້ງວ່າ

     “ ເອກະລາດ, ເສລີພາບ, ຄວາມຜາສຸກ ຍາມໃດກໍແມ່ນຄວາມຄາດຫວັງຂອງຊາວຫວຽດນາມລຸ່ນຕ່າງໆ. ມີຊີວິດຄືໃນວັນນີ້, ພວກເຮົາຍິ່ງເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ຊາວຫວຽດນາມລຸ່ນກ່ອນໆ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອມີວັນນີ້, ພວກເຮົາຫວັງມານະພະຍາມ ກໍ່ສ້າງປະເທດຊາດໃຫ້ນັບມື້ນັບໃຫຍ່ໂຕໂອຖົງ, ສວຍງາມກ່ວາເກົ່າ ຄືດັ່ງຄວາມມຸຸ່ງຫວັງຂອງປະທານໂຮ່ຈິມິນ ”

ຕອບກັບ

ຂ່າວ/ບົດ​ອື່ນ