ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 59 ປີແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 2 ມີນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບັນດາພະນັກງານ, ນັກຮົບຂອງກຳລັງປ້ອງກັນຊາຍແດນ
ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 59 ປີແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນຫວຽດນາມ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ລົງຢ້ຽມຢາມທະຫານປ້ອງກັນຊາຍແດນ

ເນື່ອງໃນໂອກາດສະເຫຼີມສະຫຼອງ 59 ປີແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນ ແລະ 29 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (ວັນທີ 3 ມີນາ ), ຕອນບ່າຍວັນທີ 2 ມີນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບັນດາພະນັກງານ, ນັກຮົບຂອງກຳລັງປ້ອງກັນຊາຍແດນ. ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ຕີລາຄາສູງບັນດາຜົນງານທີ່ກຳລັງປ້ອງກັນຊາຍແດນຍາດມາໄດ້ ແລະ ສະແດງນ້ຳໃຈຄວາມຮັກແພງ ແລະ ຄວາມເຄົາລົບຕໍ່ບັນດາວິລະກຳຂອງກຳລັງປ້ອງກັນຊາຍແດນ, ພິເສດທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ຢືນຢັນວ່າ ໂຄງການຊ່ວຍພວກນ້ອງນ້ອຍໄປໂຮງຮຽນ ແມ່ນຂະບວນການທີ່ເຕັມໄປດ້ວຍວັດທະນະທຳມະນຸດ, ປະກອບສ່ວນຍົກສູງລະດັບຄວາມຮູ້ໃຫ້ແກ່ປະຊາຊົນເຂດຊາຍແດນ

ຕອບກັບ

ຂ່າວ/ບົດ​ອື່ນ