ບັນ​ດາການເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ຢູ່ ອິນ​ໂດ​ເນ​ເຊຍ ແລະ ອ​າກ​ຊັງ​ຕິນ

(VOVWORLD) -ຕອນຄ່ຳວັນທີ 5 ກັນຍາ, ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2019).
ບັນ​ດາການເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 74 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ຢູ່ ອິນ​ໂດ​ເນ​ເຊຍ ແລະ ອ​າກ​ຊັງ​ຕິນ - ảnh 1 ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ເນັ້ນໜັກເຖິງ ບັນດາຜົນງານຂອງ ຫວຽດນາມໃນກິດຈະການພັດທະນາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ກ່ຽວກັບການພົວພັນອັນດີງາມທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານ ຟ້າມກວາງວິງ ໄດ້ຢັ້ງຢືນວ່າ ສອງປະເທດໄດ້ສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013 ແລະ ນັບມື້ນັບໄດ້ຮັບການພັດທະນາໃນຫຼາຍຂົງເຂດຄືເສດຖະກິດ, ການຄ້າ, ການທ່ອງທ່ຽວ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ຖືວ່າ ໃນສະພາບການໂລກມີການຜັນແປ່ຢ່າງສັບສົນຫຼາຍຢ່າງ, ບັນດາປະເທດຄວນຮ່ວມແຮງຮ່ວມໃຈກັນສ້າງສັນຕິພາບບົນຫຼັກການປະຕິບັດຕາມກົດໝາຍສາກົນ, ເຄົາລົບເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນລະຫວ່າງບັນດາປະເທດ.

        ແລະກໍ່ໃນວັນທີ 5 ກັນຍາ, ສະຖານທູດ ຫວຽດນາມປະຈຳ ອາກຊັງຕິນ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນຊາດ ຫວຽດນາມເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ