ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 95 ປີ ແຫ່ງວັນ​ສື່ມວນ​ຊ​ົນ​ປະ​ຕິ​ວັດ​ຫວຽດ​ນາມ (21/6/1925 – 21/6/2020)

(VOVWORLD) -ໃນຕອນເຊົ້າວັນທີ 21 ມິຖຸນາ, ສະມາຄົມນັກຂ່າວ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ແລະ ມອບລາງວັນສື່ມວນຊົນນະຄອນໂຮ່ຈີມິນ ຄັ້ງທິ 38.
ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 95 ປີ ແຫ່ງວັນ​ສື່ມວນ​ຊ​ົນ​ປະ​ຕິ​ວັດ​ຫວຽດ​ນາມ (21/6/1925 – 21/6/2020) - ảnh 1ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນ ໂຮ່ຈີມິນ ມອບລາງວັນສື່ມວນຊົນນະຄອນໂຮ່ຈີມິນ ຄັ້ງທິ 38 (ພາບ:qdnd.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21/6/1925 – 21/6/2020), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍເຖິງພະນັກງານ, ສະມາຊິກສະມາຄົມນັກຂ່າວຫວຽດນາມ  ແລະ ບັນດາ ຜູ້ເຮັດວຽກງານສື່ມວນຊົນໃນທົ່ວປະເທດ. ເນື້ອໃນຈົດໝາຍມີຕອນຂຽນວ່າ "ໃນຊຸມປີທີ່ຜ່ານມາ, ສື່ມວນຊົນໄດ້ໃກ້ຊິດຕິດແທດກັບແຜນນະໂຍບາຍ, ແນວທາງຂອງພັກ,  ສ່ອງແສງຢ່າງມີຊີວິດຊີວາເຖິງທຸກດ້ານຊີວິດການເມືອງ, ເສດຖະກິດ, ສັງຄົມ; ຕັ້ງໜ້າໂຄສະນາບັນດາຄຸນຄ່າອັນດີງາມ, ປັດໄຈໃໝ່, ຮູບແບບ, ວິທີເຮັດທີ່ດີ ແລະ ແບບຢ່າງວຽກດີຄົນເດັ່ນ, ນຳພາບພົດປະເທດ ແລະ ຊາວຫວຽດນາມທີ່ສະໜິດສະໜົມ, ສັນຕິພາບ, ມິດຕະພາບມາສູ່ເພື່ອນມິດໃນໂລກ. ໃນໄລຍະທີ່ຈະມາເຖິງ, ສື່ມວນຊົນປະຕິວັດຫວຽດນາມ ຄວນໃກ້ຊິດຕິດແທດກັບທັດສະນະການເມືອງ, ການນຳພາຂອງພັກ, ກົດໝາຍຂອງລັດ, ການຜັນແປໃນສະພາບການຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ່ອງແສງຢ່າງຊັດເຈນ, ທັນການກ່ຽວກັບຊີວິດສັງຄົມຂອງປະເທດຊາດ, ຮັບໃຊ້ພາລະກິດຂອງພັກ ແລະ ປະຊາຊົນ.
ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ໂຮງລະຄອນໃຫຍ່, ນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນພິທີສະຫຼຸບ ແລະ ມອບລາງວັນ ສື່ມວນຊົນລະດັບຊາດ ຄັ້ງທີ 14 ໃຫ້ແກ່ 103 ຜະລິດຕະພັນສື່ມວນຊົນທີ່ດີເດັ່ນ ໃນນັ້ນ ມີ 9 ລາງວັນ A, 21 ລາງວັນ B,  41 ລາງວັນ C ແລະ 32 ລາງວັນຊົມເຊີຍ. ນີ້ແມ່ນບັນດາຜະລິດຕະພັນສື່ມວນຊົນທີ່ດີເດັ່ນທາງດ້ານເນື້ອໃນ, ຮູບການ ແລະ ມີລັກສະນະກຳນົດທິດຫາງສຽງສັງຄົມ.

ໃນຕອນເຊົ້າວັນທີ 21 ມິຖຸນາ, ສະມາຄົມນັກຂ່າວ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 95 ປີ ແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ ແລະ ມອບລາງວັນສື່ມວນຊົນນະຄອນໂຮ່ຈີມິນ ຄັ້ງທິ 38. ກ່ອນໜ້ານັ້ນ, ໃນວັນທີ 20 ມິຖຸນາ, ຄະນະການນຳນະຄອນໂຮ່ຈີມິນ ໂດຍທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ນຳໜ້າ ໄດ້ລົງຢ້ຽມຢາມ ແລະ ອວຍພອນສະມາຄົມນັກຂ່າວນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ