(ພາບປະກອບ)
(vovworld) – ເພື່ອເປັນການສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2015) ແລະ 26 ປີແຫ່ງວັນປ້ອງກັນຊາດທົ່ວປວງຊົນ (22/12/1989 – 22/12/2015).ຕອນເຊົ້າວັນທີ 22/12, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈືອງເຊີນ, ແຂວງກວາງຈິ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງກຸ່ມກິດຈະກຳເຂດເຮືອນພັກໂດຍບໍ່ເກັບຄ່າ, ວິຫານ ແລະ ອະນຸສາວະລີ ອາຍຸ 20 ປີຍືນຍົງຕະຫຼອດໄປ. ນີ້ແມ່ນກິດຈະກຳສະແດງໃຫ້ເຫັນຄວາມຮູ້ບຸນຄຸນ, ໜູນຊ່ວຍບັນດາຄອບຄົວທີມີນັກຮົບເສຍສະຫຼະຊີວິດເພື່ອຊາດ ກໍຄືທະຫານເສຍອົງຄະ, ທະຫານເຈັບເປັນເມື່ອກັບຄືນຢ້ຽມຢາມເຂດສຸສານ. ກ່ອນໜ້ານັ້ນ ໃນວັນທີ 21/12, ຢູ່ແຂວງ ຕວຽນກວາງ ໄດ້ຈັດຕັ້ງການພົບປະສັງສັນກັບພະນັກງານຂັ້ນສູງກອງທັບທີ່ໄດ້ພັກກິນເບ້ຍບຳນານໃນບໍລິເວນແຂວງປີ 2015. ແລະກໍໃນວັນດຽວກັນ, ຢູ່ແຂວງ ກວາງນາມ, ດຳເນີນພິທີມອບນາມມະຍົດນັກຮົບວິລະຊົນກຳລັງປະກອບອາວຸດໃຫ້ສ່ວນບຸກຄົນ ຊຶ່ງມີຜົນງານດີເດັ່ນໃນການຕໍ່ສູ້ຕ້ານຈັກກະພັດ ອາເມລິກາ ກູ້ຊາດ.
ເນື່ອງໃນໂອກາດນີ້,ການສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ກໍ່ຖືກຈັດຂຶ້ນຢູ່ບາງປະເທດ. ຕອນເຊົ້າວັນທີ 22/12, ຢູ່ພະນົມເປັນ, ປະເທດກຳປູເຈຍ ໄດ້ຈັດພິທີໄວ້ອາໄລ, ວາງພວງມາລາຢູ່ອະນຸສາວະລີ ທະຫານອາສາສະໝັກຫວຽດນາມ, ກ່ອນໜ້ານັ້ນ, ຄືໃນວັນທີ 20/12ຢູ່ປະເທດເຢຍລະມັນ, ໃນຕອນຄ່ຳວັນທີ 20/12, ສະມາຄົມນັກຮົບເກົ່າ ຫວຽດນາມ Berlin – Brandenburg ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢ່າງສົມກຽດ. ເຂົ້າຮ່ວມພິທີ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ທ່ານ ດ່ວານຊວນຮຸງ ໄດ້ຢືນຢັນ ແລະ ຕີລາຄາສູງບັນດາມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນ ຫວຽດນາມ. ບົນພື້ນຖານນັ້ນ, ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ: ບັນດານັກຮົບເກົ່າສືບຕໍ່ຜັນຂະຫຍາຍມູນເຊື້ອ ເພື່ອກໍ່ສ້າງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ພັດທະນາ, ເຊື່ອມໂຍງ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.