ບັນດາການເຄື່ອນໄຫວອອກເຄື່ອນພົນທຳການຜະລິດຍາມຕົ້ນປີ.

 ບັນດາການເຄື່ອນໄຫວອອກເຄື່ອນພົນທຳການຜະລິດຍາມຕົ້ນປີ.    - ảnh 1
(ພາບ​ປະກອບ)

(vovworld)- ວັນ​ທີ 3/2, ທ່າ​ກຳ​ປັ່ນ​ສາກົນ Gemadept ຢຸງກວດ ​ແຂວງ ກວາງ​ງ້າ​ຍ​ໄດ້​​ເລີ່ມຮັບ​ເອົາ​ກຳ​ປັ່ນ Mega Grace ຂອງ ສ.​ເກົາຫຼີ ມາ​ຂົນ​ສົ່ງ​ເສດ​ໄມ້ ຖ້ຽວ​ທຳ​ອິດ​ດ້ວຍ​ປະລິມານ 18.000 ​ໂຕນ ​ໄປ​ຍັງ​ຈີນ. ພາຍຫຼັງ​ການ​ຂົນ​ສົ່ງ​ສິນຄ້າທາງ​ນ້ຳ​ຖ້ຽວ​ທຳ​ອິດ​ນີ້, ຮອດ​ວັນ​ທີ 6/2 ທີ່​ຈະ​ມາ​ເຖິງ, ທ່າ​ກຳ​ປັ່ນ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ບໍລິການ​ຂົນ​ສົ່ງ​ສິນຄ້າ​ຖ້ຽວ​ທີ 2.

    ​ແລະ ກໍ​ໃນ​ວັນ​ທີ 3/2, ຊາວ​ກະ​ສີກ​ອນ​ແຂວງ ​ເງະ​ອານ ​ໄດ້​ເລ​ີ່ມລົງ​ນາ​ເພື່ອ​ຜະລິດ​ເຂົ້າ​ຍາມ​ລະດູບານ​ໃໝ່. ຕາມ​ແຜນການ​ແລ້ວ, ​ໃນ​ການ​ຜະລິດ​ເຂົ້າລະດູ​ບານ​ໃໝ່ປີ​ນີ້, ​ແຂວງ​ເງະ​ອານ​ຈະ​ຜະລິດ​ເຂົ້າ​ໃນ​ເນື້ອ​ທີ​ເກືອ​ບ 86.000 ​ແຮັກ​ຕາ. ທ່ານ​ຫງວຽນ​ວັນ​ເລີບ ຮອງ​ຫົວໜ້າ​ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ​ເງະ​ອານ​ໃຫ້​ຮູ້​ວ່າ : 

    ພ້ອມ​ກັບ​ວັນ​ບຸນ​ປູກ​ຕົ້ນ​ໄມ້, ບັນດາ​ພະນັກງານ​ຂອງ​ຂະ​ແໜງ​ກະ​ສີ​ກຳ​ຈະ​ລົງ​ບັນດາ​ເມືອງ, ທ້ອງ​ຖິ່ນ​ຕ່າງໆ​ເພື່ອ​ແນະນຳ​​ໃຫ້ຊາວ​ກະ​ສີກ​ອນປະຕິບັດບັນດາ​ມາດ​ຕະການ​ດ້ານ​ເຕັກນິກ​ ​ເພື່ອ​ບັນລຸ​ໄດ້​ສະມັດ​ທະ​ພາບ​ສູງ​ໃນ​ການ​ຜະລິດ​ກະ​ສີ​ກຳ ”

    ກ່ອນ​ນັ້ນ ​ໃນ​ຕອນ​ບ່າຍ​ວັນ​ທີ 2/2, ຊາວ​ປະມົງ​ເຂດ​ແຄມ​ທະ​ເລ ​ແຂວງ ນິງຖ້ວນ ​ໄດ້​ເປີດ​ງານ​ຊວງ​ເຮືອ ຊຶ່ງ​ເປັນ​ການ​ເປີດ​ສາກ​ໃຫ້​ແການ​ເດີນ​ເຮືອ​ໄປ​ຈັບ​ຫາ​ປາ​ຍາມ​ຕົ້ນ​ປີ.

ຂ່າວ/ບົດ​ອື່ນ