ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນມະຫາສະໝຸດໂລກ

(VOVWORLD) - ເພື່ອຕອບສະໜອງວັນສິ່ງແວດລ້ອມໂລກ ແລະ ວັນມະຫາສະໝຸດໂລກ, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ໄດ້ດຳເນີນບັນດາການເຄື່ອນໄຫວທີ່ຟົດຟື້ນ ແລະ ມີຄວາມໝາຍ, ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນໃນການຮັກສາສິ່ງແວດລ້ອມ.

ບັນດາການເຄື່ອນໄຫວເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນມະຫາສະໝຸດໂລກ - ảnh 1 (ພາບປະກອບ)

ຕອນເຊົ້າວັນທີ 05 ມິຖຸນາ, ຢູ່ສວນສາທາລະນະ ໄຊງ່ອນ, ສະຫະສະມາຄົມບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ໄດ້ສົມທົບກັບສະຖານກົງສູນໃຫຍ່ ອິນເດຍ ປະຈຳນະຄອນ ໂຮ່ຈີມິນ ຈັດຕັ້ງລາຍການຍ່າງເພື່ອສິ່ງແວດລ້ອມ ແລະ ປູກຕົ້ນໄມ້. ຫົວຂໍ້ຂອງລາຍການແມ່ນ “ມົນລະພິດອາກາດ” ແນໃສ່ປະກອບສ່ວນຮຽກຮ້ອງທຸກຄົນຈົ່ງຊັ່ງຊາການປ່ຽນແປງການກະທຳໃນຊີວິດປະຈຳວັນ ເພື່ອຫລຸດຜ່ອນມົນລະພິດອາກາດທີ່ປ່ອຍອອກສູ່ສິ່ງແວດລ້ອມລົງ, ສະກັດກັ້ນຄວາມສ່ຽງເກີດມົນລະພິດອາກາດ ທີ່ພາໃຫ້ເກີດໜ່ວຍໂລກອຸ່ນຂຶ້ນ, ສົ່ງຜົນສະທ້ອນຕໍ່ສຸຂະພາບຂອງປະຊາຊົນໃນທົ່ວໂລກ.

        ແລະກໍ່ໃນຕອນເຊົ້າວັນທີ 05 ມິຖຸນາ, ທີ່ນະຄອນ ຮ້າລອງ ໄດ້ດຳເນີນພິທີເປີດຂະບວນການເກັບມ້ຽນຂີ້ເຫຍື້ອ ແລະ “ວັນບຸນຜະລິດຂີ້ເຫຍື້ອຄືນໃໝ່”, ລາຍການນອນໃນຂອບເຂດຂອງໂຄງການ Plastic Action Network (PAN) ໂດຍສູນໜູນຊ່ວຍພັດທະນາຂຽວ GreenHub ແລະ ຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ສົມທົບກັນຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງປະຊາຊົນນັບພັນຄົນ.

        ແລະກໍ່ໃນວັນດຽວກັນ, ພິທີໂຮມຊຸມນຸມມິດຕິງຕອບສະໜອງເດືອນເຄື່ອນໄຫວເພື່ອສິ່ງແວດລ້ອມ, ວັນສິ່ງແວດລ້ອມໂລກ, ສັບປະດາທະເລ ແລະ ໝູ່ເກາະ ຫວຽດນາມ ແລະ ວັດມະຫາສະໝຸດໂລກປີ 2019 ໄດ້ດຳເນີນຢູ່ຫລາຍແຂວງ, ນະຄອນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ