ບັນດາການເຄື່ອນໄຫວໃນວັນແມ່ຍິງຫວຽດນາມ 20/10

ບັນດາການເຄື່ອນໄຫວໃນວັນແມ່ຍິງຫວຽດນາມ 20/10   - ảnh 1
ທ່າ​ນນາງ ​ເຈືອງ​ມີ້​ຮ່ວາ ອະດີດ​ຮອງ​ປະທານ​ປະ​ເທດ​ຫວຽດນາມ, ປະທານ​ກອງ​ທຶນ​ສຶກສາ ວື​ອາ​ຢິ້ງ ​ຕອບສຳພາດໃນໂອກາດຈັດພິທີ​ສະ​ເໜີ​ຕົວ “ ສະ​ໂມ​ສອນ​ພະນັກງານ​ການ​ນຳ​ຍິງ​ຂອງ​ວິ​ສາ​ຫະກິດ ”

(vovworld-) ບັນດາ​ການ​ເຄື່ອນ​ໄຫວ​ໃນ​ວັນ​ແມ່ຍິງ​ຫວຽດນາມ 20/10 ​ໄດ້​ຖືກ​ຈັດ​ຂຶ້ນ​​ໃນ​ທົ່ວປະ​ເທດ . ຕອນ​ບ່າຍ​ວັນ​ທີ 19/10, ຢູ່​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີ​ສະ​ເໜີ​ຕົວ “ ສະ​ໂມ​ສອນ​ພະນັກງານ​ການ​ນຳ​ຍິງ​ຂອງ​ວິ​ສາ​ຫະກິດ ” ຊຶ່ງ​​ເປັນ​ການ​ເປີດ​ສາກ​ໃຫ້​ແກ່​ບັນດາ​​ເຫດການ “ Women leaders forum ” . ທີ່​ພິທີ​ດັ່ງກ່າວ,​ທ່າ​ນນາງ ​ເຈືອງ​ມີ້​ຮ່ວາ ອະດີດ​ຮອງ​ປະທານ​ປະ​ເທດ​ຫວຽດນາມ, ປະທານ​ກອງ​ທຶນ​ສຶກສາ ວື​ອາ​ຢິ້ງ ​ໃຫ້​ຮູ້​ວ່າ  :

“ ຂ້າພະ​ເຈົ້າ​ຊົມ​ເຊີຍ​ຂໍ້​ລິ​ເລີ່​ມສ້າງ​ຕັ້ງ​ອົງການ​ນີ້​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ​ຫວຽດນາມ 20/10. ຂ້າພະ​ເຈົ້າ​ຄິດ​ວ່າ ​ເອື້​ອຍນ້ອງ​ແມ່ຍິງ​ນັກທຸລະກິດ ​ແນ່ນອນ​ວ່າ​ຈະ​ເຮັດ​ວຽກ​ງານ​ຂອງ​ຕົນ​ດີ​ກ່ວາ ​ແລະ ນີ້​ກໍ​ແມ່ນ​ເງື່ອນ​ໄຂ​ເພື່ອ​ເຊື່ອມ​ຕໍ່​ການ​ພົວພັນ, ຖອນ​ຖອນ​ບົດຮຽນ. ພວກ​ເຮົາ​ຈະ​ພະຍາຍາມ​ສູ້​ຊົນ​ເພື່ອ​ບັນລຸ​ບັນດາ​ໝາກຜົນ​ເພື່ອ​ສົມ​ກັບ​ເປັນ​ນາມມະຍົດ​ຊຶ່ງ​ປະທານ​ໂຮ່ຈີ​ມິນ​ໄດ້​ມອບ​ໃຫ້​ແມ່ຍິງ​ຫວຽດນາມ​ໃນ​ໄລຍະ​ໃໝ່ ”

 ສ່ວນ​ທ່ານນາງ ຫງວຽນ​ທິຕວຽດ ຮອງ​ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ​ໃຫ້​ຮູ້​ວ່າ :

 “ ​ໃນ​ໄລຍະ​ທີ່​ຈະ​ເຖິງ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່​ຄື​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມຶ​ອງ ກ່ຽວ​ກັບ​ການ​ສືບ​ຕໍ່​ຮ່ຳຮຽນ ​ແລະ ​ເຮັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ​ຈິ​ມິນ, ປະຕິບັດ​ການ​ປະຢັດ, ຊ່ວຍ​ເຫຼືອ​ກັນ​ຫຼຸດຜ່ອນ​ຄວາມທຸກ​ຍາກ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ໂຄສະນາ​ສຶກສາ​ອົບ​ຮົ​ມ​ແມ່ຍິງ​ຝຶກ​ຝົນ​ຫຼໍ່​ຫຼອມ, ສູ້​ຊົນ​ຕາ​ມມາດຖານ​ແມ່ຍິງ​ຫວຽດນາມ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລ​ະ ທັນ​ສະ​ໄໝ, ປະກອບສ່ວນ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ພາຍ​ໃນ​ພັກ​ປະຈຸ​ບັນ. ” 

ຂ່າວ/ບົດ​ອື່ນ