ບັນດາການເຄື່ອນໄຫວໃນສັບປະດາວັນບຸນວິສາຂະບູຊາ


ບັນດາການເຄື່ອນໄຫວໃນສັບປະດາວັນບຸນວິສາຂະບູຊາ - ảnh 1
ການເຄື່ອນໄຫວໃນສັບປະດາວັນບຸນວິສາຂະບູຊາ

(vovworld) – ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2559, ຢູ່​ຖະ​ໜົນ​ຫົນ​ທາງ​ສາຍ​ຕ່າງໆ​ທີ່​ນະ​ຄອນ​ເຫ້ວ ໃນ​ຊຸມມື້ນີ້ ໄດ້ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍດອກ​ໄພ, ທຸງ, ດອກ​ໄມ້. ເລີ່ມ​ແຕ່​ວັນ​ທີ 25/5 ຫາ​ວັນ​ທີ 1/6 ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຄື : ຂະ​ບວນ​ລົດ​ດອກ​ໄມ້​ແລ່ນ​ຕາມ​ຫົນ​ທາງ​ສາຍ​ໃຫຍ່, ພິ​ທີ​ແຫ່​ພະ​ພຸດ​ທະ​ຮູບ….ພະ​ອາ​ຈານ​ມະ​ຫາ ທິກ​ເຫ້ວ​ເຟືອກ ຮອງ​ຫົວ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ແຂວງ ເທື່ອ​ທຽນ​ເຫ້ວ ໃຫ້​ຮູ້​ວ່າ :

    “ ນອກ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື​ທຸກໆ​ປີ​ເຊັ່ນ : ສວດ​ມົນ​ພາ​ວະ​ນາ, ສະ​ແດງ​ສິ​ລະ​ປະ, ງານ​ວາງ​ສະ​ແດງ…ນັ້​ນ, ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ແຂວງ ເທື່ອ​ທຽນ​ເຫ້ວ ຍັງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ກຸ​ສົນ​ໃຫ້​ຊາວ​ໜຸ່ມ​ເຍົາ​ວະ​ຊົນ ໂດຍ​ຈັດ​ຕັ້ງ​ການ​ລ​ົງ​ເຄື່ອນ​ໄຫວ​ກຸ​ສົນ​ເພື່ອ​ຊ່ວຍ​ເຫຼືອ​ເດັກ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ ”
ຂ່າວ/ບົດ​ອື່ນ