ບັນດາກາລະໂອກາດລົງທຶນທີ່ດູດດຶ່ມພວມລໍຖ້າວິສາຫະກິດຫວຽດນາມຢູ່ Irkutsk, ສະຫະພັນລັດເຊຍ

(VOVWORLD) -ເພື່ອແນໃສ່ຊຸກຍູ້ການພັດທະນາຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສະຫະພັນລັດເຊຍ ແລະ ຫວຽດນາມ, ວັນທີ 17 ເມສາ, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໂງດຶກແມ້ງ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Sergey Levchenko, ຜູ້ວ່າການແຂວງ Irkutsk.

ບັນດາກາລະໂອກາດລົງທຶນທີ່ດູດດຶ່ມພວມລໍຖ້າວິສາຫະກິດຫວຽດນາມຢູ່ Irkutsk, ສະຫະພັນລັດເຊຍ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໂງດຶກແມ້ງ

ຕ້ອນຮັບ ແລະ ເຮັດວຽກກັບທ່ານ Sergey Levchenko, ຜູ້ວ່າການແຂວງ Irkutsk

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານ Levchenko ໃຫ້ຮູ້ວ່າ, ແຂວງ Irkutsk ແລະ ແຂວງ ກວາງນິງ ກະກຽມລົງນາມໃນຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ໃນອະນາຄົດອັນໃກ້ໆນີ້ ການພົວພັນລະຫວ່າງ Irkutsk ກັບຫວຽດນາມ ເວົ້າລວມ ແລະ ແຂວງກວາງນິງ ເວົ້າສະເພາະ ຈະພັດທະນາຢ່າງແຮງກວ່າ. ທ່ານ Levchenko ກໍ່ສະເໜີ 2 ຝ່າຍຄວນເພີ່ມທະວີການພົບປະ, ແລກປ່ຽນ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ນຳບັນດາຜະລິດຕະພັນຫວຽດນາມ ທີ່ມີທ່າແຮງໄປຈຳໜ່າຍ, ກໍຄືດຶງດູດບັນດາວິສາຫະກິດຫວຽດນາມ ໄປເຄື່ອນໄຫວຮ່ວມມືລົງທຶນເຂົ້າໃນບັນດາຂົງເຂດເຊິ່ງແຂວງ Irkutsk ມີທ່າແຮງ.

      ສ່ວນທ່ານເອກອັກຄະລັດຖະທູດ ໂງດຶກແມ້ງ ຊົມເຊີຍຄວາມມານະພະຍາຍາມຂອງການນຳແຂວງ Irkutsk ແລະ ແຂວງກວາງນິງ ທີ່ກ້າວໄປເຖິງການລົງນາມໃນຂໍ້ຕົກລົງຮ່ວມມື ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອເຊື່ອມຕໍ່ວິສາຫະກິດ 2 ປະເທດ ແນໃສ່ຊອກຫາກາລະໂອກາດລົງທຶນ, ຮ່ວມມືຜະລິດ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ