ບັນດາກຳລັງປະທະກັນຖອນອອກຈາກ ນະຄອນຫຼວງ ເຢແມນ

(VOVWORLD) - ກຳລັງທະຫານກະບົດ Houthi ນິກາຍສາສະໜາອິດສະລາມ Shi’ite ເຢແມນ ແລະ ກຳລັງຈົ່ງຮັກພັກດີກັບປະທານາທິບໍດີຜູ້ຖືກໂຄ່ນລົ້ມ Ali Abdullah Saleh ໃນວັນທີ 27 ສິງຫາ ໄດ້ຖອນອອກຈາກຖະໜົນສາຍຕ່າງໆຂອງນະຄອນຫຼວງ Sanaa, ຢຸດຕິບັນດາການປະທະກັນທີ່ດຳເນີນໄປກ່ອນນັ້ນໜຶ່ງວັນ. 
ບັນດາກຳລັງປະທະກັນຖອນອອກຈາກ ນະຄອນຫຼວງ ເຢແມນ - ảnh 1 ພາບປະກອບ

ຕາມແຈ້ງຂ່າວຂອງ 2 ຝ່າຍແລ້ວ, ມີ 3 ຄົນເສຍຊີວິດໃນການປະທະກັນດັ່ງກ່າວ, ລວມມີ 2 ມືປືນ Houthi ແລະ ພັນເອກກອງທັບຜູ້ໜຶ່ງ ແມ່ນເຈົ້າໜ້າທີ່ຂັ້ນສູງພັກສະພາຜູ້ແທນປະຊາຊົນທົ່ວປະເທດ (GPC). ແລະກໍ່ໃນວັນດຽວກັນ, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ໄດ້ກະຕຸກຊຸກຍູ້ຝ່າຍຄ້ານຕ່າງໆຢູ່ ເຢແມນ ອະນຸຍາດໃຫ້ ສິນຄ້າບັນເທົາທຸກມະນຸດສະທຳເຂົ້າປະເທດນີ້. ສົງຄາມ ແລະ ການປະທະກັນແກ່ຍາວກ່ວາ 2 ປີຜ່ານມາຢູ່ ເຢແມນ ໄດ້ເຮັດໃຫ້ກ່ວາ 10.000 ຄົນຖືກເສຍຊີວິດ ແລະ ປະມານ 3 ລ້ານຄົນຕ້ອງອົບພະຍົບ, ອັນໄດ້ເຮັດໃຫ້ປະເທດນີ້ຕົກເຂົ້າສູ່ສະພາບອຶດຫິວຢ່າງໜັກໜ່ວງ.

ຕອບກັບ

ຂ່າວ/ບົດ​ອື່ນ