ບັນດາກຳລັງອີຣັກຍາດໄດ້ໄຊຊະນະອັນໃຫຍ່ຫຼວງຢູ່ນະຄອນ Tal Afar

(VOVWORLD) -ວັນທີ 26 ສິງຫາ, ບັນດາກຳລັງອີຣັກ ແຈ້ງໃຫ້ຊາບວ່າ ໄດ້ບຸກໂຈມຕີຂັບໄລ່ອົງການ IS ທັງໝົດໃຫ້ອອກຈາກເຂດໃຈກາງນະຄອນ Tal Afar, ເຊິ່ງເປັນເຂດເຮືອນຮັງສຸດທ້າຍຂອງ IS ຢູ່ປະເທດນີ, ພ້ອມກັບເຂດກຳແພງເກົ່າໃນນະຄອນ.
ບັນດາກຳລັງອີຣັກຍາດໄດ້ໄຊຊະນະອັນໃຫຍ່ຫຼວງຢູ່ນະຄອນ Tal Afar - ảnh 1 (ພາບປະກອບ: Reuters)

ໝາກຜົນທີ່ບັນລຸໄດ້ບໍ່ຮອດອາທິດ ພາຍຫຼັງທີ່ບັນດາກຳລັງຂອງອີຣັກ ດຳເນີນບັ້ນຮົບການທະຫານປົດປ່ອຍນະຄອນ Tal Afar ແລະ ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Hader al Abadi ຖະແຫຼງບຸກໂຈມຕີບັນດາກຳລັງທຳສົງຄາມສັກສິດໃຫ້ຖອນອອກຈາກ Mosul, ເຊິ່ງເປັນນະຄອນໃຫຍ່ທີ 2 ຂອງອີຣັກ, ກໍ່ແມ່ນແຫ່ງ IS ເຄີຍຖະແຫຼງປະກາດສ້າງຕັ້ງ “ລາຊະອານາຈັກອິດສະລາມ” ເມື່ອປີ 2014.

ຕອບກັບ

ຂ່າວ/ບົດ​ອື່ນ