ບັນດາຂະແໜງການ, ຂັ້ນຕ່າງໆປະກອບ ຄຳເຫັນໃສ່ຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ

ບັນດາຂະແໜງການ, ຂັ້ນຕ່າງໆປະກອບ ຄຳເຫັນໃສ່ຮ່າງ ລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1

(ພາບປະກອບ:baothainguyen.org.vn)

(vovworld) -  ຕອນ​ເຊົ້າ​ວັນ​ທີ 4/3, ສະຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ສາດສະດາຈາ, ດຣ ​ເຈີ່ນ​ຫງອກ​ເດື່ອງ ນັກວິຊາການ​ຂັ້ນສູງ​ຂອງ​ສະພາ​ແຫ່ງ​ຊາດ, ຜູ້​ປະຈຳການ​ຄະນະ​ຮຽບຮຽງ​ປັບປຸງລັດຖະທຳ​ມະນູນ​ປີ 1992 ຊີ້​ແຈງ​ວ່າ: ຮ່າງລັດຖະທຳ​ມະນູນ​ສະບັບ​ປັບປຸງ​ຄັ້ງນີ້ ມີ​ການ​ປ່ຽນ​​ໃໝ່​ຫຼາຍ​ຢ່າງ ​ເມື່ອ​ທຽບ​ກັບລັດຖະທຳ​ມະນູນ​ສະບັບນຳ​ໃຊ້​ປະຈຸ​ບັນ. ຮ່າງລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ໄດ້​ເສີມ​ຂະຫຍາຍປັດ​ໄຈ​ມະນຸດ, ສືບ​ຕໍ່​ສ້າງ​ພື້ນຖານເສດະກິດ​ການຕະຫຼາດ​ຕາມ​ການ​ກຳນົດທິດສັງຄົມ​ນິຍົມ​ສຳ​ເລັດ, ສ້າງ​ກົງ​ຈັກ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ສາດສະດາຈາ, ດຣ ​ເຈີ່ນ​ຫງອກ​ເດື່ອງ ວິ​ເຄາະ​ວ່າ:

   “ປະຊາຊົນ​ແມ່ນ​ເປົ້າໝາຍມີ​ສິດ​ອຳນາດ​ແຫ່ງ​ລັດສູງ​ສຸດ. ປະຊາຊົນ​ຕ້ອງ​ຄວບ​ຄຸມ​ສິດ​ອຳນາດ​ຂອງ​ລັດ​ແມ່ນ​ສິ່ງ​ແນ່ນ​ອນ, ​ແມ່ນ​ຄຳ​ຮຽກຮ້ອງ​ອັນ​ຖືກຕ້ອງ. ​ໂຄງການ​ການ​ເມືອງສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ໄດ້​ດຳ​ນົດການ​ຄວບ​ຄຸມ​ສິດ​ອຳນາດ​ຂອງ​ລັດ​ແມ່ນ​ຫຼັກການ​ຈັດຕັ້ງສິດ​ອຳນາດ​ຂອງ​ລັດ. ສະນັ້ນມັນ​ຮຽກຮ້ອງ​ໃຫ້​ສ້າງຕັ້ງກົນ​ໄກ​ລວມມີ​ການ​ຄວບ​ຄຸມ​ສິດ​ອຳນາດ​ຂອງ​ລັດ​ຄື: ສິດ​ນິຕິບັນຍັດ, ບໍລິຫານ ​ແລະ ຕຸລາການ

   ກໍ່​ໃນ​ຕອນ​ເຊົ້າຂອງວັນ​ທີ 4/3, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳ​ມາ​ທິການວິທະຍາ​ສາດ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຮັບ​ເອົາຄຳ​ຄິດ​ຄຳ​ເຫັນປະກອບ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ບັນດ​າຄຳ​ເຫັນ​​ສຸມ​ໃສ່​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​​ແວດ​ລ້ອມ ກຳນົດ​ໃນ​ພາກ​ທີ 3 ຂອງ​ລັດຖະທຳ​ມະນູນ​.

 

ຂ່າວ/ບົດ​ອື່ນ