ບັນດາຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ເຮັດວຽກຢູ່ຮ່າໂນ້ຍ ແລະ ແຂວງຮ່ວາບິງ

ບັນດາຄະນະຕິດຕາມກວດກາຂອງສະພາແຫ່ງຊາດ ເຮັດວຽກຢູ່ຮ່າໂນ້ຍ ແລະ ແຂວງຮ່ວາບິງ - ảnh 1
ຄະນະເຮັດວຽກຢູ່ແຂວງ ຮ່ວາບິງ
(ພາບ:ttbd.gov.vn)

( vovworld ) – ວັນ​ທີ 9/3, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ຄົ້ນຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ ສັງກັດ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານຫົວໜ້າ ຫງວຽນ​ດຶກ​ຮ່ຽນ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຮັດ​ວຽກ​ກັບຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່ວາ​ບິງ ກ່ຽວ​ກັບ​ບັນຫາ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບັນດາ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ຂະນະ​ທີ່​ລັດ​ໄດ້​​ເກັບກູ​ເອົາ​ທີ່​ດິນ. ຄະນະ​ປະຕິບັດ​ງານ​ໄດ້ລົງສຳ​ຫຼວດຕົວ​ຈິງ​ຢູ່​ຕາ​ແສງ ຮ່ຽນ​ເລືອງ, ​ເມືອງ​ພູສູງ ດ່າ​ບັກ ຊື່​ງ​ແມ່ນເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່ ຮັບ​ໃຊ້​ເຄື່ອນ​ໄຟຟ້າ​ນ້ຳຕົກ​ແມ່ນ້ຳດ່າ. ທ່ານຫງວຽນ​ດຶກ​ຮ່ຽນ ຫົວໜ້າຄະນະ​ຄົ້ນຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ ສັງກັດ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້ຮັບ​ຮູ້ ​ແລ​ະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ແຂວງ ຮ່ວາ​ບິງ ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ລວມ ກ່ຽວກັບ​ຊີ​ວິດ, ການ​ຜະລິດ​ຂອງ​ປະຊາຊົນ​ຢູ່ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່.

    ​ໃນ​ວັນ​ດຽວ​ກັນ, ທີ່​ການ​ເຮັດ​ວຽກັບ​ກຳມາ​ທິການ​ວັດທະນະທຳ, ການ​ສຶກສາ, ຊາວ​ໜຸ່ມ ​ເຍົາວະ​ຊົນ ​ແລະ ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ທີ່​ມີ​ຕໍ່​ຊາວ​ໜຸ່ມ​ຕະລຸມ​ບອນ ​ແລະ ​ຊາວ​ໜຸ່ມ​ອາສາ​ສະໝັກ​ໄລຍະ 2009-2011. ທ່ານ​ນາງ ຫງວຽນ​ທິບິ​ກງອກ, ຮອງ​ປະທານຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ສະ​ເໜີ​ອະນຸຍາດ​ໃຫ້ຮ່າ​ໂນ້ຍ ທົດ​ລອງ​ມອບ​ໃຫ້​ຄະນະ​ຕິດ​ຕໍ່​ພົວພັນ​ມູນ​ເຊື້ອ​ບັນດາ​ຫົວໜ່ວຍຊາວ​ໜຸ່ມ​ຕະລຸມ​ບອນ ຮັບຮອງ​ສຳ​ເນົາ​ເອກະສານ​ຂອງຊາວ​ໜຸ່ມ​ຕະລຸມ​ບອນ​ທີ່​ຖືກ​ສູນ​ເສຍ​ໄປ.

 

ຂ່າວ/ບົດ​ອື່ນ